ເຈົ້າແຂວງບໍລິຄຳໄຊ ລົງຕິດຕາມໂຄງການກໍ່ສ້າງຕະຫຼາດ ປາກຊັນ

ໃນວັນທີ 25 ມີນາ 2021 ຢູ່ທີ່ຕະຫຼາດໃໝ່ ເມືອງປາກຊັນ ແຂວງບໍລິຄຳໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາກວດກາໂຄງການກໍ່ສ້າງຕະຫຼາດ VNL ປາກຊັນ.

 

ທ່ານ ຈ່ຽນ ວັນນະເລີດ ປະທານບໍລິສັດ VNL ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໂຄງການຕະຫຼາດ VNL ປາກຊັນ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາຕັ້ງແຕ່ວັນທີ 18 ພະຈິກ 2020 ເປັນຕົ້ນມາ ເພື່ອເຮັດໃຫ້ພໍ່ຄ້າຊາວຂາຍພາຍໃນແຂວງບໍລິຄຳໄຊ ຄ້າຂາຍໄດ້ສະດວກສະບາຍ ມີສະຖານທີ່ຈອດລົດກວ້າງຂວາງ , ມາຮອດປະຈຸບັນນີ້ສາມາດຖົ່ມດິນໄດ້ 15%, ສະຖານີລົດເມ ໄດ້ 34% ແລະ ໂຄງການກໍ່ສ້າງຕະຫຼາດໄດ້ 31% ເຊິ່ງໂຄງການດັ່ງກ່າວນີ້ ຄາດວ່າທ້າຍ ປີ 2021 ໃຫ້ສຳເລັດ ດ້ວຍມູນຄ່າຂອງໂຄງການທັງໝົດແມ່ນ 31 ຕື້ກວ່າກີບ.

 

About admins16