ບໍລິສັດແກ້ວຄຳ ມອບເງິນ 50 ລ້ານກີບ ຊຸຸກຍູ້ກອງໜຶ່ງດວງໃຈ

ໃນຕອນບ່າຍຂອງວັນທີ 23 ທັນວາ 2022 ຢູ່ຫ້ອງຮັບຮອງຫ້ອງວ່າການແຂວງບໍລິຄຳໄຊ ທ່ານ ແກ້ວຄຳ ພຽງມະນີພິນ ອຳນວຍການບໍລິສັດ ແກ້ວຄຳ ບໍລິການຄົບວົງຈອນ ໄດ້ນຳເງິນສົດ 50 ລ້ານກີບ ມາມອບໃຫ້ ກອງທຶນດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ, ເປັນກຽດຮັບໂດຍທ່ານນາງ ແອງ ໄຊສົງຄາມ ປະທານກອງທຶນ ດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ.

ທັງນີ້ ກໍ່ເພື່ອເປັນການປະສ່ວນເຂົ້າໃນການພັດທະນາແຂວງບໍລິຄຳໄຊ ກໍ່ຄືກອງທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ທີ່ຈະໄດ້ນຳໃຊ້ເຂົ້າໃນການຊ່ວຍເຫຼືອປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ຜູ້ທຸກຍາກດ້ອຍໂອກາດ, ຜູ້ຖືກອຸທົກກະໄພ, ປັບປຸງຂະແໜງການສຶກສາ, ສາທາລະນະສຸກ ແລະ ຂະແໜງການອື່ນໆ ຕາມຄວາມສາມາດຕົວຈິງ.

About admins16