ບໍລິຄຳໄຊ ທາບທາມການຄຸ້ມຄອງກອງທຶນທານຸເຄາະ

ໃນວັນທີ 23 ທັນວາ 2022 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມທາບທາມຮ່າງຂໍ້ຕົກລົງຂອງເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຄຸ້ມຄອງກອງທຶນທານຸເຄາະ ເພື່ອຊ່ວຍເຫຼືອສັງຄົມ, ເຂົ້າຮ່ວມໂດຍ ທ່ານ ສີສົມພອນ ອິນທະວົງ ຮອງປະທານສະຫະພັນກຳມະບານແຂວງບໍລິຄຳໄຊ ແລະ ທ່ານ ນາງ ມະລິສາ ອະໄພລາດ ປະທານຄະນະກໍາມະການຍຸຕິທຳ ແລະ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງບໍລິຄໍາໄຊ, ມີ ຄະນະກໍາມະບານແຂວງ, ກຳມະບານຮາກຖານ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຮ່າງຂໍ້ຕົກລົງ ເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຄຸ້ມຄອງກອງທຶນທານຸເຄາະ ປະກອບມີ 9 ໝວດ, 29 ມາດຕາ, ມີຈຸດປະສົງ ເພື່ອຊ່ວຍເຫຼືອສັງຄົມແມ່ນການລະດົມ ແລະ ສະສົມທຶນຈາກສະມາຊິກກອງທຶນຄົນລະ 5.000 ກີບຕໍ່ 1 ກໍລະນີ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວສະມາຊິກກອງທືນທີ່ເສຍຊີວິດ.

ເຊີ່ງຜູ້ທີ່ມີເງື່ອນໄຂເຂົ້າເປັນສະມາຊິກກອງທືນທານຸເຄາະ ແມ່ນສະມາຊິກກຳມະບານ ແລະ ຊາວຜູ້ອອກແຮງງານ ທີ່ມີຄວາມສະມັກໃຈ, ມີສຸຂະພາບແຂງແຮງ, ມີອາຍຸກະສຽນແຕ່ 18 ຫາ 60 ປີ ແລະ ຈະສີ້ນສຸດການເປັນສະມາຊິກອງທືນທານຸເຄາະ ໂດຍການເສຍຊີວິດ ຫຼື ລາອອກ ຫຼື ບໍ່ປະຕິບັດຕາມກົດລະບຽບຂອງກອງທືນທີ່ໄດ້ກຳນົດໄວ້.

ຫຼັງຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນ ມາດຕະການໃນການຄຸ້ມຄອງກອງທຶນ, ການປະຕິບັດນະໂຍບາຍຕໍ່ສະມາຊິກ, ການຕິດຕາມກວດກາເງິນກອງທຶນ ແລະ ອື່ນໆ, ທັ້ງນີ້ກໍ່ເພື່ອເປັນການຄົ້ນຄ້ວາພິຈາລະນາ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງທາບທາມນັ້ນດ້ວຍເຫດ ແລະ ຜົນທີ່ເໝາະສົມ ເພື່ອໃຫ້ຄະນະກຳມະການຮັບຜິດຊອບນຳໄປຄົ້ນຄ້ວາພິຈາລະນາຕາມຄວາມເໝາະສົມ ຄຽງຄູ່ກັບແນວທາງນະໂຍບາຍຂອງພັກ-ລັດໃນໄລຍະໃໝ່.

About admins14