ບໍລິຄຳໄຊ ແຂ່ງຂັນກິລາ ຊົມເຊີຍວັນລັດຖະທຳມະນູນ ຄົບຮອບ 30 ປີ

ງານແຂ່ງຂັນເຕະບານຊິງຂັນເຈົ້າແຂວງ ແລະ ດອກປີກໄກ່ຊິງຂັນປະທານສະພາປະຊາຊົນແຂວງ ເນື່ອງໃນໂອກາດຊົມເຊີຍວັນລັດຖະທຳມະນູນຄົບຮອບ 30 ປີ ( 15 ສິງຫາ 1991-15ສິງຫາ 2021 ) ວັນທີ່ 11 ສິງຫາ 2021 ສະພາປະຊາຊົນແຂວງ ໄດ້ຈັດຂຶ້ນຢູ່ເດີນເຕະບານຈາລະນາ ສານຝັນ ແລະ ເດີ່ນດອກປີກໄກ່ຂອງແຂວງ ໂດຍມີການນຳຂັ້ນແຂວງ, ບັນດາພະແນກການອ້ອມຂ້າງແຂວງ ແລະ ສະມາຄົມນັກທຸລະກິດໜຸ່ມ ເຂົ້າຮ່ວມ.

ການແຂ່ງຂັນກິລາຄັ້ງນີ້ ແມ່ນເພື່ອເປັນການສະເຫຼີມສະຫຼອງວັນລັດຖະທະມະນູນແຫ່ງຊາດຄົບຮອບ 30 ປີ, ວັນສື່ມວນຊົນ ແລະ ການພີມຈຳໜ່າຍ ຄົບຮອບ 71 ປີ ( 13 ສິງຫາ 1950-13 ສິງຫາ 2021 ), ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 71 ປີ, ວັນຢືດອຳນາດຄົບຮອບ 76 ປີ, ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 39 ປີ ໃຫ້ມີບັນຍາກາດ ແລະ ເປັນຂະບວນຟົດຟື້ນ.

ການແຂ່ງຂັນກິລາປະເພດບານເຕະ ມີ 4 ທີມ ທີ່ມາຈາກ: ອົງການປົກຄອງແຂວງ, ທີມສະພາປະຊາຊົນແຂວງ, ທີມຂົງເຂດຕຸລາການ ແລະ ທີມນັກທຸລະກິດໜຸ່ມ.

ຜ່ານການແຂ່ງຂັນ ທີມຊະນະເລີດ ໄດ້ແກ່ທີມນັກທຸລະກິດໜຸ່ມສາມາດຍາດໄດ້ຂັນເຈົ້າແຂວງໄປຄອງ ພ້ອມເງິນສົດ 500.000 ກີບ, ຮອງຊະນະເລີດ ທີມສະພາປະຊາຊົນແຂວງ ໄດ້ຮັບຂັນ ພ້ອມເງິນສົດ 400.000 ກີບ ແລະ ອັນດັບ 3 ທີມຂົງເຂດຕຸລາການ ໄດ້ຮັບຂັນ ພ້ອມເງິນສົດ 300.000 ກີບ, ໃຫ້ກຽດມອບຂັນລາງວັນໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ.

ປະເພດດອກປີກໄກ່ມີ 72 ຄູ່ແບ່ງອອກເປັນ 6 ລຸ້ນ ຜ່ານການແຂ່ງຂັນ: ຊະນະເລີດ ລຸ້ນອາວຸໂສ 40 ປີ ຂຶ້ນໄປ ຄູ່ທ່ານ ຄຳປະເສີດ + ທ່ານ ສີຄຳ ໄດ້ຮັບຂັນ, ຫຼຽນຄຳ ພ້ອມເງິນສົດ 300.000 ກີບ, ຮອງຊະນະເລີດ ທ່ານ ແອ໋ງ + ທ່ານ ອະນຸສັກ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 200.000 ກີບ ແລະ ທີ່ 3 ທ່ານ ຈູດ + ທ່ານ ໂຈ ໄດ້ຮັບຫຼຽນທອງ ພ້ອມເງິນສົດ 150.000 ກີບ.

ລຸ້ນຊາວໜຸ່ມທົ່ວໄປ ມີ 16 ຄູ່ ຊະນະເລີດ ທ້າວ ວີໂກ່ + ທ້າວ ອາລູ່ ໄດ້ຮັບຂັນ, ຫຼຽນຄຳ ພ້ອມເງິນສົດ 300.000 ກີບ, ຮອງຊະນະເລີດ ທ້າວ ດາວວີ + ທ້າວ ພິລາວັນ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 200.000 ກີບ ແລະ ທີ່ 3 ທ້າວ ວິນໂດ່ + ທ້າວ ອູ ໄດ້ຮັບຫຼຽນທອງ ພ້ອມເງິນສົດ 150.000 ກີບ.

ລຸ້ນ 16 ປີດ່ຽວ 8 ຄູ່: ຊະນະເລີດ ທ້າວ ວີໂກ່ ໄດ້ຮັບຂັນ ພ້ອມຫຼຽນຄຳ ແລະ ເງິນສົດ 300.000 ກີບ, ຮອງຊະນະເລີດ ທ້າວ ຢູໂລ ໄດ້ຫຼຽນເງິນ ພ້ອມເງິນສົດ 200.000 ກີບ ແລະ ທີ 3 ທ້າວ ບິນລີ່ ໄດ້ຫຼຽນທອງ ພ້ອມເງິນສົດ 150.000 ກີບ.

ລຸ້ນ 13 ປີດ່ຽວ: ຊະນະເລີດ ທ້າວ ຢູໂລ ໄດ້ຮັບຂັນ ພ້ອມຫຼຽນຄຳ ແລະ ເງິນສົດ 300.000 ກີບ, ຮອງຊະນະເລີດ ທ້າວ ບີມ ໄດ້ຫຼຽນເງິນ ພ້ອມເງິນສົດ 200.000 ກີບ ແລະ ທີ 3 ທ້າວ ຫວຽດ ໄດ້ຫຼຽນທອງ ພ້ອມເງິນສົດ 150.000 ກີບ.

ລຸ້ນອາວຸໂສການນຳ 45 ປີ ມີ 16 ຄູ່: ທ່ານ ພົນຈັດຕະວາ ຈວງຈັນ ລາດຊະວົງ + ທ່ານ ຍອດ ໄດ້ຮັບຂັນ, ຫຼຽນຄຳ ພ້ອມເງິນສົດ 300.000 ກີບ, ຮອງຊະນະເລີດ ທ່ານ ປອ ສຸວັນນີ ໄຊຊະນະ + ທ່ານ ສີຄຳ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 200.000 ກີບ ແລະ ທີ່ 3 ທ່ານ ພັນລອນ + ທ່ານ ດາລາພອນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ 150.000 ກີບ.

ລຸ້ນຄູ່ຊາຍ-ຍິງ ມີ 8 ຄູ່: ຊະນະເລີດ ທ່ານ ສົມເພັດ ຄຳມະນີ + ນາງຫຼ້າ ໄດ້ຮັບຂັນ, ຫຼຽນຄຳ ພ້ອມເງິນສົດ 300.000 ກີບ, ຮອງຊະນະເລີດ ທ່ານວິລະສັກ + ນາງ ມີ່ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 200.000 ກີບ ແລະ ທີ່ 3 ທ່ານ ສີທາ + ນາງດີ່ ໄດ້ຮັບຫຼຽນທອງ ພ້ອມເງິນສົດ 150.000.

ໃຫ້ກຽດມອບຂັນລາງວັນ ພ້ອມເງິນສົດ ໂດຍທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ.

About admins14