ບໍລິຄຳໄຊ ເລີ່ມຈັດຕັ້ງປະຕິບັດໂຄງການຜະລິດເຫັດເປັນອາຫານ ແລະ ເປັນຢາ

ໂຄງການຜະລິດເຫັດເປັນອາຫານ ແລະ ເປັນຢາ ຂອງແຂວງບໍລິຄຳໄຊ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດຢ່າງເປັນທາງການ ໃນວັນທີ 26 ກັນຍາ 2022 ຢູ່ສູນທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ ເຂົ້າຮ່ວມໂດຍ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງບໍລິຄຳໄຊ ສປປ ລາວ ແລະ ທ່ານ ເຈີນດຶກເຮົ່າ ຫົວໜ້າສູນຄົ້ນຄວ້າຜະລິດເຫັດ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຮ່າຕິ້ງ ສສ ຫວຽດນາມ ມີຄະນະພະແນກເຕັກໂນໂລຊີ ແລະ ການສື່ສານ, ຊ່ຽວຊານການຜະລິດເຫັດ ແຂວງຮ່າຕິ້ງ, ພະນັກງານລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການຜະລິດເຫັດເປັນອາຫານ ແລະ ເປັນຢາ ແມ່ນໄດ້ຮັບການຊ່ວຍເຫຼືອຈາກແຂວງຮ່າຕິ້ງ ສສ ຫວຽດນາມ ໃນການນໍາໃຊເຕັກນິກວິທະຍາສາດ ແລະ ເຄື່ອງຈັກທີ່ທັນສະໄໝ ເຂົ້າໃນການຜະລິດ, ເຮັດໃຫ້ການຜະລິດໄດ້ທັງປະລິມານ ແລະ ຄຸນນະພາບ, ປັດຈຸບັນ ທາງໂຄງການ ກໍາລັງເພາະເລີ່ມເພາະເຊື້ອເຫັດຫຼາຍປະເພດ ທັງເຫັດປະເພດເປັນອາຫານ ແລະ ເປັນຢາ ເປັນຕົ້ນແມ່ນເຫັດຂາວ, ເຫັດຫູໜູ, ເຫັດລີງຈື ແລະ ເຫັດປະເພດອື່ນໆ.

ໂຮງເຮືອນຜະລິດເຫັດ ສູນທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ ມີຂະໜາດ 30 m2 x 10 m2, ໃນໂຮງເຮືອນປະກອບດ້ວຍຫ້ອງແລບເພາະເຊື້ອເຫັດ, ເຄື່ອງຂັດຂີ້ເລື່ອຍ ແລະ ເຄື່ອງປະສົມ, ເຄື່ອງລໍາລຽງວັດສະດຸ, ເຄື່ອງອັດຖົງເຫັດຄວາມໄວການຫູ້ມຫໍ່, ເຕົາອົບອາຍນໍ້າ ແລະ ອຸປະກອນອື່ນໆ, ລວມມູນຄ່າ 4 ຕື້ກວ່າດົ່ງ.

ໂຄງການຜະລິດເຫັດ ເປັນອາຫານ ແລະ ເປັນຢາ ແມ່ນເພື່ອສືບຕໍ່ປະຕິບັດຕາມສົນທິສັນຍາວ່າດ້ວຍການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ ທີ່ໄດ້ລົງນາມໃນເດືອນ 12 ປີ 2008 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ບົດບັນທຶກ ຄັ້ງທີ 4 ຂອງຄະນະຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ໄດ້ຮັບຜົນດີ.

About admins14