ບໍລິຄຳໄຊ ເຜີຍແຜ່ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ

ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງ ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2022 ທີ່ຫ້ອງກອງປະຊຸມຫ້ອງວ່າການແຂວງ, ເຂົ້າຮ່ວມໂດຍ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງບໍລິຄຳໄຊ, ທ່ານ ບຸນລັດ ວໍລະຈິດ ຮອງຫົວໜ້າຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ພູນສະຫວັດ ສຸພິດາ ຮອງຫົວໜ້າກົມທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີພາກສ່ວນກ່ຽວຂ້ອງຈາກກະຊວງ, ບັນດາພະແນກການ ອ້ອມຂ້າງແຂວງ ແລະ ຫ້ອງການ ຊສ 7 ຕົວເມືອງພາຍໃນແຂວງ ເຂົ້າຮ່ວມ.

ກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງ ລວມມີທັງໝົດ XV ພາກ, 188 ມາດຕາ ທີ່ຍົກໃຫ້ເຫັນເຖິງບົດບັນຍັດທົ່ວໄປ, ແຜນແມ່ບົດຈັດສັນ, ແຜນຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນ, ການແບ່ງເຂດ, ປະເພດ, ການສໍາຫຼວດ, ການປົກປັກຮັກສາ, ການພັດທະນາ ແລະ ການຫັນປ່ຽນປະເພດທີ່ດິນ, ການຄຸ້ມຄອງການນໍາໃຊ້ທີ່ດິນແຕ່ລະປະເພດ, ການຄຸ້ມຄອງການນໍາໃຊທີ່ດິນ, ການບໍລິຫານທີ່ດິນ, ການເຊົ່າ, ການສໍາປະທານທີ່ດິນ ແລະ ການຊື້ຂາຍສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດ, ການໄດ້ຮັບສິດ, ສິດ ແລະ ພັນທະ, ການເສຍສິດ ແລະ ສິ້ນສຸດສິດນໍາໃຊ້ທີ່ດິນ, ການທົດແທນຄ່າເສຍຫາຍສິດນໍາໃຊ້ທີ່ດິນ ແລະ ອື່ນໆ.

ໃນມາດຕາ 144 ການເສຍສິດນໍາໃຊ້ທີ່ດິນ ຍົກໃຫ້ເຫັນວ່າ ຜູ້ໄດ້ຮັບສິດນໍາໃຊທີ່ດິນ ຈະເສຍສິດ ໃນກໍລະນີໃດໜຶ່ງ ດັ່ງນີ້: ບໍ່ເສຍຄ່າທໍານຽມການນໍາໃຊ້ທີ່ດິນຕໍ່ເນື່ອງສາມປີ.

ບໍ່ມີການພັດທະນາ ຫຼື ບໍ່ທໍາການຜະລິດ ໃນປີທີ ສອງ ເປັນຕົ້ນໄປ ນັບແຕ່ວັນໄດ້ຮັບສິດນໍາໃຊ້ທີ່ດິນ ນອກຈາກເສຍຄ່າທໍານຽມການນໍາໃຊ້ທີ່ດິນຄົບຖ້ວນແລ້ວ ຍັງຈະຖືກກ່າວເຕືອນ ໂດຍແຈ້ງໃຫ້ຜູ້ກ່ຽວຊາບເປັນລາຍລັກອັກສອນ.

ໃນປີທີ ສາມ ຈະຖືກປັບປໄໝ ຫ້າສິບສ່ວນຮ້ອຍ ຂອງຈໍານວນເງິນທີ່ຕ້ອງເສຍຄ່າທໍານຽມການນໍາໃຊ້ທີ່ດິນ, ໃນປີທີ ສີ່ ຈະຖືກປັບໄໝ ຮ້ອຍສ່ວນຮ້ອຍ ຂອງຈໍານວນເງິນທີ່ຕ້ອງເສຍຄ່າທໍານຽມການນໍາໃຊ້ທີ່ດິນ, ໃນປີທີ ຫ້າ ຈະຖືກປັບໄໝ ຫ້າສ່ວນຮ້ອຍ ຂອງມູນຄ່າທີ່ດິນ ຕາມທີ່ໄດ້ປະເມີນໄວ້ຂອງມູນຄ່າທີ່ດິນໃນແຕ່ລະທ້ອງຖິ່ນ, ໃນປີທີ ຫົກ ຫາກຍັງບໍ່ປະຕິດບັດແມ່ນຈະເສຍສິດນໍາໃຊ້ທີ່ດິນ.

ບໍ່ເສຍຄ່າເຊົ່າ ຫຼື ຄ່າສໍາປະທານທີ່ດິນຂອງລັດ ຕາມສັນຍາຕໍ່ເນື່ອງກັນເປັນເວລາ ສອງ ປີ, ນໍາໃຊ້ທີ່ດິນ ທີ່ລັດມອບໃຫ້ບໍ່ຖືກຕ້ອງຕາມເປົ້າໝາຍ ພາຍຫຼັງໄດ້ມີການແຈ້ງເຕືອນເປັນລາຍລັກອັກສອນ, ບໍ່ທວງສິດນໍາໃຊ້ທີ່ດິນຂອງຕົນ ຕາມກໍານົດເວລາຂອງອາຍຸຄວາມໃນການຮ້ອງຟ້ອງ, ຖືກສານຕັດສີນ ໃຫ້ເສຍສິດນໍາໃຊ້ທີ່ດິນ ແລະ ກໍລະນີທີ່ໄດ້ກໍານົດໄວ້ໃນມວດຕາ 147 ຂອງກົດໝາຍສະບັດນີ້ ແລະ ກໍລະນີອື່ນໆ.

ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ເລກທີ 70/ສພຊ, ລົງວັນທີ 21 ມີຖຸນາ 2019 ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 7 ສະພາແຫ່ງຊາດ ຊຸດທີ VIII ແລະ ປະທານປະເທດ ໄດ້ອອກລັດຖະດຳລັດປະກາດໃຊ້ ສະບັບເລກທີ 261/ປປທ, ລົງວັນທີ 2 ສິງຫາ 2019 ຊຶ່ງກົດໝາຍສະບັບດັ່ງກ່າວ ໄດ້ຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ, ລົງວັນທີ 3 ສິງຫາ 2017 ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່.

About admins14