ຮອງປະທານກຳມາທິການວຽກງານສະພາແຫ່ງຊາດ ຕິດຕາມການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 21 ກຸມພາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ທ່ານ ວຽງແກ້ວ ວັນນະຈັກ ຮອງປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ໃນວຽກງານຂົງເຂດຍຸຕິທຳ ຢູ່ແຂວງບໍລິຄຳໄຊ, ມີທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ, ປະທານ, ຮອງປະທານຄະນະກໍາມະການສະພາປະຊາຊົນແຂວງ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍຄະນະທີມງານຈາກສະພາແຫ່ງຊາດ ແລະ ພະນັກງານກ່ຽວຂ້ອງສະພາປະຊາຊົນແຂວງ ເຂົ້າຮ່ວມ.

ທ່ານ ເລື່ອນວິໄລ ຈັນທະລາພັນ ໄດ້ຜ່ານບົດລາຍງານການເຄື່ອນໄຫວໃນການຈັດຕັ້ງປະຕິບັດໃນໄລຍະ 1 ປີຜ່ານມາ ວ່າ: ພາຍຫຼັງສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ໄດ້ເອົາໃຈໃນການສ້າງແຜນການເຄື່ອນໄຫວຕົນເອງຕາມທີ່ໄດ້ກໍານົດໄວ້ ໃນລັດຖະທຳມະນູນ ແລະ ກົດໝາຍ ສະແດງອອກເຖິງຜົນສໍາເລັດທີ່ສາມາດຈັດຕັ້ງປະຕິບັດໄດ້ ຄື: ຈັດຕັ້ງການທາບທາມບັນດາຮ່າງກົດໝາຍທີ່ສະພາແຫ່ງຊາດ ແລະ ກະຊວງທີ່ກ່ຽວຂ້ອງສົ່ງໃຫ້ ທັງໝົດ 3 ຄັ້ງ, ລົງເຄື່ອນໄຫວໂຄສະນາເຜີຍແຜ່ບັນດາກົດໝາຍ, ນິຕິກຳຕ່າງໆ ໄດ້ທັງໝົດ 61 ຈຸດ, ໃນນັ້ນ ມີ 55 ບ້ານ, 4 ກົມກອງ ແລະ 2 ສໍານັກເມືອງ.

ປະກອບຄໍາເຫັນໃສ່ຮ່າງນິຕິກໍາໃຕ້ກົດໝາຍຂອງແຂວງທີ່ນໍາເຂົ້າພິຈາລະນາ, ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໄດ້ທັງໝົດ 2 ສະບັບ, ລະດົມທຶນກໍ່ສ້າງຂົວ, ເຄື່ອງອຸປະໂພກ – ບໍລິໂພກ ລົງມອບໃຫ້ປະຊາຊົນໃນເວລາເຄື່ອນໄຫວ ລວມມູນຄ່າ 81 ລ້ານກວ່າກີບ.

ມີຄຳຮ້ອງທີ່ຍື່ນມາສະພາປະຊາຊົນແຂວງ 40 ເລຶ່ອງ ໃນນີ້ ເປັນຄໍາຮ້ອງຂໍຄວາມເປັນທຳ 10 ເລື່ອງ, ຄຳສະເໜີ 30 ເລື່ອງ, ພິຈາລະນາແກ້ໄຂສໍາເລັດແລ້ວ 38 ເລື່ອງ, ໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ 17 ຄັ້ງ, ແກ້ໄຂຄຳສະເໜີຂອງປະຊາຊົນທີ່ສະເໜີຜ່ານສາຍດ່ວນ ແລະ ຜ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ໃນໄລຍະລົງເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກ, ກອງປະຊຸມສະໄໝວິສາມັນ ຈໍານວນ 162 ເລື່ອງ.

ພ້ອມນີ້ ຍັງໄດ້ຮັບຟັງການລາຍງານວຽກງານ ຈາກສະມາຊິກສະພາປະຊາຊົນແຂວງ ແລະ ຂະແໜງການກ່ຽວຂ້ອງອີກຈຳນວນໜຶ່ງ

About admins16