ບໍລິຄຳໄຊ ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ໃນການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກ ພະຍາດໂຄວິດ-19

ກອງປະຊຸມແນະນໍາ ແລະ ເປີດໂຄງການ ພ້ອມຊຸດຝຶກອົມຮົມໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ກ່ຽວກັບການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2021 ຢູ່ຫ້ອງປະຊຸມພະແນກສາທາແຂວງບໍລິຄໍາໄຊ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດຣ ຟອງສາລີ ຫຼວງມີໄຊ ຮອງພະແນກສາທາລະນະສຸກແຂວງ, ທ່ານ ຄໍາມ່ວນ ສີພອນໄຊ ຜູ້ອໍານວຍການສະມາຄົມສົ່ງເສີມການຮຽນຮູ້ເພື່ອການພັດທະນາ (LDA).

ຈຸດປະສົງຂອງຊຸດຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນເປົ້າໝາຍໂຄງການ ກ່ຽວກັບການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕ່າງໆຂອງພະຍາດໂຄວິດ-19, ຊ່ວຍປັບປຸງຊີວິດການເປັນຢູ່ ຂອງຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບ ໂດຍການຝຶກອົບຮົມໃຫ້ຄວາມຮູ້ດ້ານກິດຈະກໍາການສ້າງລາຍຮັບຕ່າງໆ ແລະ ໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ ໂດຍສະເພາະກຸ່ມແມ່ຍິງ ແລະ ແຮງງານເຄື່ອນຍ້າຍ.

ພ້ອມນີ້ ໄດ້ສະໜອງອ່າງລ້າງມື ແລະ ຢາຖູແຂ້ວ ໃຫ້ແຕ່ລະໂຮງຮຽນເປົ້າໝາຍ, ເພີ່ມຄວາມເຊື່ອໝັ້ນ, ສາຍພົວພັນ ແລະ ການຮ່ວມມື ລະຫວ່າງອົງການຈັດຕັ້ງສັງຄົມ, ໂຄງການ ແລະ ອົງການປົກຄອງທ້ອງຖິ່ນຂອງແຂວງບໍລິຄໍາໄຊ ແລະ ໃຫ້ການຮ່ວມມື ໃນການບໍລິຫານດ້ານການປ້ອງກັນການແຜ່ເຊື້ອຂອງພະຍາດໂຄວິດ-19.

ຊຸດຝຶກອົບຮົມ ຈະໄດ້ດໍາເນີນໄປເປັນເວລາ 3 ວັນເຕັມ ແຕ່ວັນທີ 25-27 ສິງຫາ 2021 ຈຶ່ງສໍາເລັດ ໂດຍນັກສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບຫຼາຍວຽກງານສໍາຄັນ ເປັນຕົ້ນແມ່ນຄວາມເປັນມາ, ຄວາມຮູ້ພື້ນຖານ ແລະ ການປ້ອງກັນ ຈາກການລະບາດພະຍາດໂຄວິດ-19, ມາດຕະການຄວບຄຸມ, ລະບົບການເຝົ້າລະວັງ ແລະ ການນໍາໃຊ້ຊີວິດແບບໃໝ່ ປອດໄພຈາກພະຍາດໂຄວິດ-19.

ພ້ອມກັນນັ້ນ ຍັງຈະໄດ້ມີການແບ່ງກຸ່ມຄົ້ນຄວ້າ ແລະ ນໍາສະເໜີການຄົ້ນຄວ້າ ໃນຫົວຂໍ້ຕ່າງໆ, ນອກນັ້ນ ຍັງຮັບຟັງການນໍາສະເໜີກ່ຽວກັບບົດບາດຍິງ-ຊາຍ, ສິດທິເດັກ ແລະ ເນື້ອໃນສໍາຄັນອື່ນໆ ຈຸດປະສົງ ກໍ່ເພື່ອເຮັດໃຫ້ແຕ່ລະພາກສ່ວນຮັບຮູ້, ເຂົ້າໃຈ ແລະ ນໍາບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດ ເຮັດໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້.

About admins14