ພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ຜ່ານຮ່າງລາຍງານການເມືອງກະກຽມກອງປະຊຸມໃຫຍ່

ເພື່ອເປັນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ຄັ້ງທີ 6 ທີ່ຈະໄຂຂື້ນໃນໄວໆນີ້, ໃນຕອນເຊົ້າຂອງວັນທີ 23 ສິງຫາ 2021 ຢູ່ທີ່ສະໂມສອນໂຮງຮຽນ ມ.ສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີຜ່ານຮ່າງລາຍງານ ການເມືອງທັງສອງພາກ, ຜ່ານຮ່າງບົດສໍາຫຼວດການນໍາພາ ແລະ ທາບທາມບຸກຄະລາກອນຮອບມີ 1 ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຄໍາແຫວນ ປັນຍານຸວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງບໍລິຄໍາໄຊ ແລະ ທັງເປັນຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີຄະນະຊີ້ນໍາຂັ້ນແຂວງ, ຄະນະພັກຮາກຖານ, ເລຂາຫນ່ວຍພັກ, ຄະນະຫນ່ວຍພັກ, ສະມາຊິກພັກ 9 ຫນ່ວຍໜ່ວຍພັກ ທີ່ຂື້ນກັບຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງ ເຂົ້າຮ່ວມ.

ສະຫາຍ ໂພເພັດ ກຸນນາວົງ ຮອງເລຂາຄະນະພັກຮາກຖານ ພະແນກສຶກາ່ທິການ ແລະ ກິລາ ໄດ້ຂື້ນຜ່ານຮ່າງລາຍງານການເມືອງທັງສອງພາກ ວ່າ: ໄດ້ສຸມໃສ່ປັບປຸງການຈັດຕັ້ງພັກ, ນຳພາ-ຊີ້ນຳການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຮັດໃຫ້ການຈັດຕັ້ງພັກ ເຕີບໃຫ່ຍເຂັ້ມແຂງ, ຢູ່ພະແນກສຶກສາທິການ ແລະ ກິລາແຂວງ, ຂະແໜງ, ສູນ ແລະ ໂຮງຮຽນຂື້ນກັບ ລ້ວນແຕ່ມີໜ່ວຍພັກນຳພາ, ມີ 9 ໜ່ວຍພັກຂື້ນກັບ ແລະ ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ 100 %, ມີສະມາຊິກພັກແຂງ 205 ສະຫາຍ, ກວມເອົາ 98,56 %, ກາງ 3 ສະຫາຍ, ກວມເອົາ 1,44 %.

ສະຫາຍ ນາງ ຄໍາຮັກ ໄລວັນ ຄະນະພັກຮາກຖານ, ຜູ້ຮັບຜິດຊອບວຽກງານກວດກາພັກຂື້ນຜ່ານຮ່າງບົດສໍາຫຼວດການນໍາພາ ວ່າ: ຮາກຖານພັກໄດ້ນາມມະຍົດເປັນຮາກຖານປອດໃສ, ເຂັ້ມແຂງ, ໜັກແໜ້ນ 4 ປີຊ້ອນ ແລະ ຍັງໄດ້ຊີ້ນໍາໜ່ວຍພັກທີ່ຂື້ນກັບຮາກພັກ ເຊີ່ງສະແດງອອກດັ່ງນີ້: ໜ່ວຍພັກໄດ້ນາມມະຍົດເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 2 ປີຊ້ອນ ມີສອງໜ່ວຍ, 3 ປີຊ້ອນມີ 5 ໜ່ວຍ ແລະ 4 ປີຊ້ອນມີ 2 ໜ່ວຍ, ໄດ້ຂະຫຍາຍສະມາຊິກໃໝ່ໄດ້ທັງໝົດ 65 ສະຫາຍ ຍິງ 43 ສະຫາຍ, ສະມາຊີກພັກ ໄປບໍາລຸງທິດສະດີການເມືອງ-ການປົກຄອງຊັ້ນສຸງມີ 1 ສະຫາຍ ຍິງ 1 ສະຫາຍ, ຊັ້ນກາງມີ 9 ສະຫາຍ, ຍິງ 2 ສະຫາຍ ແລະ ລະບົບບໍາລຸງ 45 ວັນ 74 ສະຫາຍ, ຍິງ 33 ສະຫາຍ.

ປະຈຸບັນ ມີສະມາຊິກພັກທັງໝົດ 208 ສະຫາຍ, ຍິງ 100 ສະຫາຍ ໃນນັ້ນ ສະມາຊິກສໍາຮອງ 18 ສະຫາຍ, ຍິງ 11 ສະຫາຍ ປະເພດແຂງ 205 ສະຫາຍ, ຍິງ 100 ສະຫາຍ, ມີພະນັກງານໄດ້ປະເພດກາງ 3 ສະຫາຍ, ຍິງ 0 ສະຫາຍ.

ໃນຕອນທ້າຍຂອງພິທີຍັງໄດ້ພ້ອມກັນບ່ອນບັດຄັດເລືອກທາບທາມເອົາບຸກຄະລາກອນຮອບທີ 1 ເພື່ອກຽມໃສ່ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາຄັ້ງທີ 6.

About admins16