ບໍລິຄຳໄຊ ວາງແຜນຈັດສັນທີ່ດິນ, ຄຸ້ມຄອງສັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ເພື່ອເຮັດໃຫ້ການຈັດສັນນຳໃຊ້ທີ່ດິນໃຫ້ເກີດປະໂຫຍດສູງສຸດ ໄປຄຽງຄູ່ກັບການຮັກສາສະພາບແວດລ້ອມ ໃຫ້ມີຄວາມຢືນຍົງ ກອງປະຊຸມສະເໜີແຜນໂດຍຫຍໍ້ການຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີພາກສ່ວນກ່ຽວຂ້ອງຈາກສູນກາງ, ພະແນກການອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການນຳສະເໜີໂດຍຫຍໍ້ ກ່ຽວກັບສະພາບການຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ແຂວງບໍລິຄຳໄຊ ມີເນື້ອທີ່ທັງໝົດ 15.977,71 ກມ2 ແລະ ໄດ້ແບ່ງອອກເປັນ 3 ເຂດ ຄື: ເຂດທົ່ງພຽງ, ເຂດພູພຽງ ແລະ ເຂດພູດອຍ, ໃນນັ້ນ ຫຼາຍກວ່າໝູ່ແມ່ນດິນປ່າໄມ້ 78,53%, ດິນກະສິກຳ ກວມເອົາ 14,99%, ດິນບໍລິເວນນ້ຳ 3,87%, ດິນປຸກສ້າງ 1,08%, ດິນອຸດສາຫະກຳ 0,57%, ດິນໂຍທາທິການ ແລະ ຂົນສົ່ງ 0,50%, ດິນປ້ອງກັນຊ້າດ-ປ້ອງກັນຄວາມສະຫງົບ 0,36%.

ຫຼັງຈາກນັ້ນ ກໍ່ໄດ້ຮັບຟັງການນຳສະເໜີວິໄສທັດ ແລະ ຍຸດທະສາດ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ ທີ່ຈະໄດ້ນຳໃຊ້ 5 ທ່າແຮງພື້ນຖານເຂົ້າໃນການພັດທະນາ, ໃນນັ້ນ ມີດ້ານກະສິກຳ, ອຸດສະຫະກຳປຸງແຕ່ງ, ການທ່ອງທ່ຽວ, ພະລັງງານໄຟຟ້າ ແລະ ດ້ານບໍ່ແຮ່.

ສຳລັບແຜນຄຸ້ມຄອງສິ່່ງແວດລ້ອມແບບຮອບດ້ານ ຈະໄດ້ສຸມໃສ່ດ້ານການບໍລິການ ຈະໄດ້ມີການຕິດຕາມກວດກາ ມົນລະພິດທາງດິນ, ນ້ຳ, ອາກາດ ຂອງບັນດາໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສະຖານທີ່ບັນເທີງ, ສະຖານທີ່ທ່ອງທ່ຽວຕ່າງໆ ໃຫ້ໄດ້ 70%, ຄຸ້ມຄອງ ແລະ ປົກປັກຮັກສາພັດທະນາ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມໃນການທ່ອງທ່ຽວ, ດ້ານອຸດສະຫະກຳ ບັນດາໂຮງງານອຸດສະຫະກຳ, ໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕ້ອງມີການປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ ໃຫ້ໄດ້ 80%, ວາງແຜນ, ມາດຕະການໃນການຕິດຕາມກວດກາ, ຄຸ້ມຄອງ ບັນຫາຕ່າງໆ ທີ່ອາດຈະເກີດຂຶ້ນ. ທາງດ້ານການກະສິກຳ ຄຸ້ມຄອງບັນຫາການນຳໃຊ້ຢາຂ້າຫຍ້າ ແລະ ສານເຄມີຕ່າງໆ ເຊີ່ງອາດຈະເປັນຜົນກະທົບຕໍ່ຊາວກະສິກອນ ແລະ ຜູ້ບໍລິໂພກ, ຄຸ້ມຄອງບັນຫາເລື່ອງກີ່ນເໝັນ ຈາກຟາມລ້ຽງສັດ, ນ້ຳເສຍທີ່ລະບາຍອອກມາ ແລະ ບັນສາສິ່ງແວດລ້ອມພາຍໃນໂຮງງານ.

ທັ້ງນີ້ກໍ່ເພື່ອໃຫ້ບັນລຸວິໄສທັດ 2030 ແລະ ຍຸດທະສາດ 10 ປີ(2016-2025) ທີ່ໄດ້ວາງແຜນຄຸ້ມຄອງສິ່ງແວດລ້ອມຢ່າງຮອບດ້ານ ເພື່ອຮັບປະກັນການນຳໃຊ, ການຄ້ອມຄອງ, ການປົກປັກຮັກສາ ແລະ ການອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແບບຢືນຍົງ, ໝັ້ນຄົງ ແລະ ມີປະສິດທິຜົນ ໃຫ້ໄປຕາມທິດສີຂຽວ.

About admins16