ປະດັບຫຼຽນໄຊແຮງງານ ໃຫ້ແກ່ຜູ້ມີຜົນງານ ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

ພິທີປະດັບຫຼຽນໄຊແຮງງານໃຫ້ແກ່ພະນັກງານຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານອົງການແນວລາວສ້າງຊາດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 04 ຕຸລາ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງ, ພະນັກງານອາວຸໂສບຳນານ, ແຂກຖືກເຊີນ ພ້ອມດ້ວຍພະນັກງານພາຍໃນອົງການແນວລາວສ້າງຊາດແຂວງເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ເລກທີ 158/ປປທ, ລົງວັນທີ 3 ກັນຍາ 2020 ວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ 1 ໃຫ້ 5 ທ່ານ, ຊັ້ນ 2 ຈຳນວນ 7 ທ່ານ, ຊັ້ນ 3 ຈຳນວນ 9 ທ່ານ ແລະ ດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເລກທີ 493/ນຍ ລົງວັນທີ 24 ສິງຫາ 2020 ວ່າດ້ວຍການປະດັບຫຼຽນກາແຮງງານໃຫ້ພະນັກງານ-ລັດຖະກອນ ແນວລາວສ້າງຊາດແຂວງ ຈຳນວນ 6 ທ່ານ ທີ່ມີຜົນງານດີເດັ່ນ ປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນວຽກງານແນວລາວສ້າງຊາດ ຕະຫຼອດໄລຍະ 10 ປີ ຜ່ານມາ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ.

About admins16