ບໍລິຄຳໄຊ ມີຄອບຄົວພັດທະນາແລ້ວ ກວມ 86%

ກອງປະຊຸມກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ໄດ້ຈັດຂຶ້ນໃນວັນທີ 9 ມີນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເມືອງ 7 ຕົວເມືອງ, ພະແນກການອ້ອມຂ້າງແຂວງ ແລະ ພະນັກງານກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງຮ່າງບົດສະຫຼູບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2020 ເຫັນວ່າ ມີຫຼາຍວຽກງານພົ້ນເດັ່ນ ເປັນຕົ້ນແມ່ນ ການຈັດຕັ້ງຜັນຂະຫຍາຍ 9 ຫົວຂໍ້ວິທະຍາສາດຂອງແຂວງ ແລະ ການແກ້ໄຂ 4 ເຖື່ອນ, ການພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ ຢູ່ 10 ຈຸດສຸມເປົ້າໝາຍ ກວມເອົາ 60 ບ້ານ, 7.972 ຄອບຄົວ, ການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ກໍ່ມີບາດກ້າວດີຂຶ້ນ.

ປີ 2020 ສາມາດແກ້ໄຂຄອບຄົວທຸກຍາກໄດ້ 768 ຄອບຄົວ ແລະ ຮອດປະຈຸບັນ ທົ່ວແຂວງມີຄອບຄົວພົ້ນທຸກ 52.544 ຄອບຄົວ ກວມ 94,30%, ຄອບຄົວທຸກຍາກຍັງເຫຼືອ 3.172 ຄອບຄົວ ກວມ 5,69%, ບ້ານພົ້ນທຸກ 249 ບ້ານ ກວມ 87,68%, ບ້ານທຸກຍາກ ຍັງ 35 ບ້ານ, ຄອບຄົວພັດທະນາ 47.990 ຄອບຄົວ 86.13%, ບ້ານພັດທະນາ 216 ບ້ານ ກວມ 76,05%, ປະກາດຮັບຮອງຄອບຄົວວັດທະນະທໍາແລ້ວ 46.411 ຄອບຄົວ ເທົ່າກັບ 86,71%, ບ້ານວັດທະນະທໍາ 267 ບ້ານ ເທົ່າກັບ 94,01% ແລະ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໄດ້ 2 ບ້ານ.

ນອກນັ້ນ ວຽກງານສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ການປັບປຸງລະບົບການເມືອງ, ຮູບແບບ ແລະ ວິທີການລົງກໍ່ສ້າງຮາກຖານ ກໍ່ໄດ້ຮັບການຈັດຕັ້ງປະຕິບັດ ມີການຊຸກຍູ້, ຕິດຕາມກວດກາ ແລະ ປັບປຸງໃຫ້ດີຂຶ້ນເປັນກ້າວໆ.

ໃນກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ແຕ່ວັນທີ 9-10 ມີນາ ໂດຍຈະໄດ້ຮັບຟັງການລາຍງານຈາກບັນດາເມືອງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ, ພ້ອມກັນນັ້ນ ກໍ່ຍັງຈະໄດ້ມີການສະເໜີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນການແກ້ໄຂບາງຈຸດອ່ອນ ແລະ ຂໍ້ຄົງຄ້າງ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ທີ່ເປັນໂຕຖ່ວງດຶງຕໍ່ການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ການແກ້ໄຂຄອບຄົວທຸກຍາກ ທີ່ຍັງເຫຼືອໃນແຕ່ລະເມືອງ, ການຊຸກຍູ້ວຽກງານຮາກຖານ ແລະ ອື່ນໆ ເພື່ອນຳໄປປັບປຸງ, ແກ້ໄຂ ແລະ ພັດທະນາບັນດາວຽກງານໃນຕໍ່ໜ້າໃຫ້ດີຂຶ້ນເລື້ອຍໆ.

About admins14