ເມືອງວຽງທອງ ຫວນຄືນປະຫວັດຄວາມເປັນມາວັນແມ່ຍິງສາກົນຄົບຮອບ 111 ປີ

ໃນວັນທີ 5 ມີນາ 2021 ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ຈັດພິທີເລົ່າຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນຄົບຮອບ 111 ປີ ຂື້ນ ໂດຍເປັນກຽດເຂົ້າຮ່ວມເລົ່າຄືນວັນສຳຄັນດັ່ງກ່າວຂອງ ທ່ານ ວັນຄຳ ເພັດໄຊຍະວົງ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີປະທານສະຫະພັນແມ່ຍີງ,ເອື້ອຍນ້ອງແມ່ຍິງ, ພະນັກງານພາຍໃນທຸກຂົງເຂດອ້ອມຂ້າງເມືອງເຂົ້າຮ່ວມ.

ພິທີທ່ານ ວັນຄໍາ ເພັດໄຊຍະວົງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນເຊີ່ງເປັນເຫດການເມືອງທີ່ສຳຄັນເປັນຂິດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ ທວງເອົາສິດຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ.

ວັນແມ່ຍີງສາກົນໄດ້ເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດິນາ ແລະ ນາຍທືນຂະຫຍາຍຕົວ ເມື່ອໂຮງງານອຸດສາຫະກຳຂອງພວກນາຍທືນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທືນ ແຕ່ຊໍ້າພັດສ້າງເພີ່ມຄວາມຫຍຸ້ງຍາກລຳບາກໃຫ້ແກ່ກຳມະກອນຜູ້ອອກແຮງງານໂດຍສະເພາະແມ່ນກຳມະກອນເພດຍີງ ທີ່ຢູ່ພາຍໃຕ້ສັກດິນນານາຍທືນ ແມ່ຍີງໄດ້ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າແຮງງານຕໍ່າ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບົບປົກປັກຮັກສາສຸຂະພາບຂອງແມ່ຍີງ ແລະ ເດັກນ້ອຍ ຈາກສະພາບການທີ່ມີຄວາມຫຍຸ້ງຍາກ ແລະ ຖືກກົດຂີ່ຂູດຮີດແນວນັ້ນ ໃນວັນທີ 8 ມີນາ ປີ 1908 ພະນັກງານຍີງຫຼາຍກ່ວາ 15.000 ຄົນ ໄດ້ເດີນຂະບວນໄປທົ່ວນະຄອນນິວຢອກເພື່ອຮຽກຮ້ອງໃຫ້ຫຼຸດຜ່ອນຊົ່ວໂມງເຮັດວຽກ, ສີ້ນສຸດການເຮັດວຽກຂອງເດັກ, ດ້ວຍຄຳຂັວນໂຄສະນາ ເຂົ້າຈີ່ ແລະ ດອກກຸຫຼາບ ເຊິ່ງໝາຍເຖິງການໄດ້ຮັບອາຫານທີ່ພຽງພໍ ແລະ ຄຸນນະພາບ ຊີວິດທີ່ດີຂຶ້ນ ຈົນມາຮອດປີ 8 ມີນາ ປີ 1910 ຂະບວນການຕໍ່ສູ້ຂອງແມ່ຍີງໄດ້ແຜ່ຂະຫຍາຍອອກໄປສູ່ປະເທດນາຍທືນ ຢູ່ທະວີເອີລົບ ແລະ ມີຜູ້ຕາງໜ້າຈາກ 17 ປະເທດໄດ້ເຂົ້າຮ່ວມກອງປະຊຸມສະມາຄົມສັກດີສັງຄົມນິຍົມຂັ້ນທີ 2 ເຊິ່ງໃນກອງປະຊຸມໄດ້ປະກາດໃຫ້ແມ່ຍິງເຮັດວຽກ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງໃຫ້ເວລາໃນການສຶກສາກໍ່ຄືການພັດທະນາຄວາມສາມາດຂອງຕົນ ແລະ ອີກ 8 ຊົ່ວໂມງ ສຳລັບການພັກຜ່ອນ. ໃນກອງປະຊຸມໄດ້ເຫັນດີເປັນເອກະພາບ ກຳນົດເອົາວັນທີ 8 ມີນາຂອງທຸກໆປີ ເປັນວັນແມ່ຍີງສາກົນ. ຕອນທ້າຍພິທີ ຍັງໄດ້ມອບໃບຢັ້ງ ຢືນແມ່ຍີງ 3 ດີ ປະຈໍາປີ 2020 ໃຫ້ແກ່ສະຫະພັນແມ່ຍີງຮາກຖານ, ແມ່ຍີງໜ່ວຍພະນັກງານ ແລະ ໜ່ວຍສະຫະພັນແມ່ຍີງບ້ານ.

About admin11