ບໍລິຄຳໄຊ ຝຶກອົບຮົມ ບົດບາດຍິງ – ຊາຍ ໃນວຽກງານສົ່ງເສີມການລົງທຶນ

ໃນລະຫວ່າງວັນທີ 10 – 11 ພະຈິກ 2022 ທີ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ແຂວງບໍລິຄຳໄຊ ໃດ້ຈັດຝຶກອົບຮົມ ບົດບາດຍິງ – ຊາຍ ເຂົ້າໃນວຽກງານການສົ່ງເສີມການລົງທຶນ ທີ່ມີຄວາມຮັບຜິດຊອບ ໂດຍການເປັນປະທານຂອງ ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງ ທ່າພະບາດ ແລະ ທ່ານ ນາງ ຄໍາໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງແຂວງ, ມີພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ຈາກເມືອງທ່າພະບາດ, ປາກຊັນ, ບໍລິຄັນ ແລະ ປາກກະດິງ ເຂົ້າຮ່ວມ.

ຈຸດປະສົງຂອງການຝຶກອົບຮົມ ກໍ່ເພື່ອອະທິບາຍໄດ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ – ຊາຍ, ການມີສ່ວນຮ່ວມທັງໝົດໃນສັງຄົມ ໃນຂົງເຂດວຽກງານການລົງທຶນທີ່ມີຄວາມຮັບຜິດຊອບ, ການເຊື່ອມສານການນໍາໃຊ້ເຄື່ອງມືກ່ຽວກັບຄວາມສະເໝີພາບລະຫວ່າງຍິງ – ຊາຍ, ການມີສ່ວນຮ່ວມທັງໝົດໃນສັງຄົມ ເຂົ້າໃນວຽກງານຂອງຕົນ, ການວາງແຜນນໍາໃຊ້ບົດຮຽນ ແລະ ເຄື່ອງມືທີ່ໄດ້ຮຽນ ເຂົ້າໃນວຽກງານຕົວຈິງ.

About admins14