ອົງຄະນະພັກເມືອງຄຳເກີດ ສະຫຼູບຕີລາຄາການນຳພາ – ຊີ້ນຳກາງສະໄໝ

ໃນຕອນບ່າຍຂອງວັນທີ 10 ພະຈິກ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ໄດ້ປິດກອງປະຊຸມສະຫຼູບຕີລາຄາການນຳພາ – ຊີ້ນຳກາງສະໄຫມ ຂອງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IX ອົງຄະນະພັກເມືອງຄຳເກີດ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ເພັດສະໄໝ ໄຊຍະທິຈັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານອາວຸໂສບໍານານ, ຫົວຫນ້າຫ້ອງການ, ເລຂາຄະນະພັກຮາກຖານ, ເລຂາຫນ່ວຍພັກບ້ານ 62 ບ້ານທົ່ວເມືອງ ເຂົ້າຮ່ວມ.

ໃນກອງປະຊຸມໃນຄັ້ງນີ້, ໄດ້ມີຄວາມເຫັນດີເປັນເອກະພາບຮັບຮອງເອົາເນື້ອໃນ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະເພາະແມ່ນບົດສະຫຼຸບການນໍາພາ – ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ກາງສະໄຫມ ແລະ ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ກາງສະໄຫມ ໂດຍສົມທຽບໃສ່ບັນດາຄາດຫມາຍທີ່ໄດ້ກໍານົດໄວ້ ແລະ ພ້ອມກັນຄົ້ນຄວ້າກໍານົດທິດທາງແຜນການທ້າຍສະໄຫມ, ການມີຄໍາເຫັນຂອງບັນດາສະຫາຍຜູ້ແທນ, ຫົວຫນ້າຫ້ອງການ, ກອງບັນຊາການ ປກຊ – ປກສ ແລະ ທາບທາມບຸກຄະລິກກະພາບຄະນະບໍລິຫານງານພັກເມືອງ, ພະນັກງານຫຼັກແຫຼ່ງ ເຊິ່ງໄດ້ ຮັບການໄວ້ວາງໃຈເປັນຢ່າງດີ.

ໃນໄລຍະກາງສະໄຫມນີ້ ຜົນງານທີ່ພົ້ນເດັ່ນຂອງເມືອງ ແມ່ນສາມາດເຮັດໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເຊິ່ງໄດ້ອໍານວຍເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ 7,8% ຕໍ່ປີ, ສະເລ່ຍລາຍໄດ້ຕໍ່ຫົວຄົນ 1.614 ໂດລ່າ / ຄົນ, ພ້ອມນັ້ນ ຄວາມທຸກຍາກຂອງປະຊາຊົນກໍ່ໄດ້ຮັບການເອົາໃຈໃສ່ແກ້ໄຂເປັນກ້າວໆ, ປະຈຸບັນທົ່ວເມືອງ ມີຄອບຄົວພົ້ນທຸກກວມ 99,55%, ມີຄອບຄົວພັດທະນາກວມເອົາ 77,8% ຂອງຄອບຄົວທັງຫມົດ, ການຜະລິດສະບຽງອາຫານອື່ນໆ ສາມາດຕອບສະຫນອງຢ່າງພຽງພໍ, ການຜະລິດເປັນສິນຄ້າໄດ້ຂະຫຍາຍຕົວນັບມື້ຫຼາຍຂຶ້ນ, ການພັດທະນາພື້ນຖານໂຄງລ່າງກໍ່ໄດ້ຮັບການເອົາໃຈໃສ່ ໂດຍສະເພາະການກໍ່ສ້າງ – ສ້ອມແປງເສັ້ນທາງໃນເທດສະບານເມືອງ, ເສັ້ນທາງເຂົ້າຫາແຕ່ລະບ້ານ, ການຂະຫຍາຍຕາຂ່າຍໄຟຟ້າ, ການສື່ສານ ກວມ 100% ຂອງບ້ານທັງຫມົດ, ໄປຄຽງຄູ່ກັບການຂະຫຍາຍຕົວທາງດ້ານເສດຖະກິດ, ດ້ານກິລາ – ສິນລະປະວັນນະຄະດີກໍມີການສົ່ງເສີມ ແລະ ພັດທະນາໃຫ້ດີຂຶ້ນ, ເຊິ່ງໄດ້ສ້າງຊື່ສຽງມາໃຫ້ເມືອງຄໍາເກີດ ກໍ່ຄືແຂວງບໍລິຄໍາໄຊຂອງພວກເຮົາ.

About admins16