ບໍລິຄຳໄຊ ຍົກລະດັບທິດສະດີການເມືອງ – ການປົກຄອງ ໃຫ້ເລຂາພັກບ້ານ, ນາຍບ້ານ ລະບົບ 10 ວັນ

ຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ໄລຍະສັ້ນ ຮຸ່ນທີ XVIII ໃຫ້ເລຂາພັກບ້ານ, ນາຍບ້ານ ພາຍໃນແຂວງ ໄດ້ໄຂຂຶ້ນໃນວັນທີ 21 ມັງກອນ 2022 ຢູ່ໂຮງຮຽນການເມືອງ – ການປົກຄອງແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ຄະນະໜ່ວຍພັກບ້ານ, ຄະນະບ້ານ ຈຳນວນ 50 ບ້ານ ພາຍໃນ 7 ເມືອງທົ່ວແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການລາຍງານກ່ຽວກັບການກະກຽມຊຸດຝຶກອົບຮົມ ໂດຍໄດ້ຍົກໃຫ້ເຫັນສະພາບລວມ, ເປົ້າໝາຍເຂົ້າຮ່ວມຝຶກອົບຮົມ, ຂໍ້ສະດ້ວກ – ຂໍ້ຫຍຸ້ງຍາກ ແລະ ອື່ນໆ, ມີເປົ້າໝາຍເຂົ້າຮ່ວມຝຶກອົບຮົມທັງໝົດ 50 ສະຫາຍ, ຍິງ 7 ສະຫາຍ, ໃນນັ້ນ ເລຂາພັກບ້ານ 2 ສະຫາຍ, ຮອງເລຂາພັກບ້ານ 15 ສະຫາຍ, ຜູ້ກວດກາໜ່ວຍພັກບ້ານ 20 ສະຫາຍ, ຄະນະພັກບ້ານ ຮອງນາຍບ້ານ 2 ສະຫາຍ ແລະ ສະມາຊິກພັກ ຮອງນາຍບ້ານ 7 ສະຫາຍ.

ການຝຶກອົບຮົມ ແມ່ນປະຕິບັດຕາມຫຼັກສູດທິດສະດີການເມືອງ – ການປົກຄອງ ໄລຍະສັ້ນ 10 ວັນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກຳນົດ ແລະ ມີ 9 ຫົວຂໍ້ວິທະຍາສາດຂອງແຂວງ, 2 ຫົວຂໍ້ ແລະ ຍັງມີວາລະແຫ່ງຊາດອີກ 2 ຫົວຂໍ້ ໂດຍຈະໄດ້ດຳເນີນການຮຽນ – ການສອນ ໃນ 3 ກຸ່ມວິຊາ, ຊຶ່ງມີ 18 ບົດ ຄື: ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ຄວາມຮູ້ພື້ນຖານກ່ຽວກັບກົດໝາຍຂະແໜງກະສິກຳ ແລະ ປ່າໄມ້, ການນຳພາຂອງໜ່ວຍພັກບ້ານ ຕໍ່ການສ້າງເສດຖະກິດຄອບຄົວ, ວຽກງານຍຸຕິທຳຮາກຖານ ແລະ ການສ້າງບ້ານປອດຄະດີ ແລະ ອື່ນໆ, ຈະໃຊ້ເວລາທັງໝົດ 75 ຊົ່ວໂມງຈຶ່ງສຳເລັດ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ໄດ້ມີການກະກຽມສະຖານທີ່, ຮັກສາໄລຍະຫ່າງ, ພ້ອມນັ້ນ ເປົ້າໝາຍບຸກຄະລາກອນທີ່ຈະເຂົ້າຮ່ວມ ຕ້ອງໄດ້ກວດຫາເຊື້ອໂຄວິດ-19 ຢ່າງທົ່ວເຖິງ.

About admins16