ບໍລິຄຳໄຊ ປະເມີນ 57 ໂຄງການ ເພື່ອສະເໜີເຂົ້າແຜນປະຈຳປີ 2022

ກອງປະຊຸມ ປຶກສາຫາລືກ່ຽວກັບການຮັບຮອງຜົນການປະເມີນ ແລະ ການຈັດລຽງບຸລິມະສິດໂຄງການລົງທຶນຂອງລັດ ພາຍໃນແຂວງບໍລິຄຳໄຊ ກ່ອນເຂົ້າສະເໜີຂັ້ນເທິງພິຈາລະນາເຂົ້າແຜນປະຈຳປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ມັງກອນ 2022 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີພະແນກການອ້ອມຂ້າງ, ເຈົ້າເມືອງ – ຮອງເຈົ້າເມືອງພາຍໃນແຂວງ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກ ເຂົ້າຮ່ວມ.

ໃນເບື້ອງຕົ້ນມີທັງໝົດ 198 ໂຄງການ ມູນຄ່າ 244,593 ຕື້ກີບ ໃນນັ້ນ ໂຄງການກໍ່ສ້າງ 57 ໂຄງການ ມູນຄ່າ 206,167 ຕື້ກີບ, ໂຄງການສົ່ງເສີມວິຊາການ 137 ໂຄງການ ມູນຄ່າ 37,828 ຕື້ກີບ, ຈາກຜົນການປະເມີນ ໄດ້ປະເພດ B 92 ໂຄງການ ມູນຄ່າ 135,734 ຕື້ກີບ, ສ່ວນໂຄງການທີ່ປະເມີນບໍ່ຜ່ານ ແລະ ໂຄງການທີ່ປະກອບເອກະສານບໍ່ຄົບຖ້ວນ ຂະແໜງປະເມີນຈະຄົ້ນຄວ້າໃນປີຕໍ່ໄປ. ພາຍຫຼັງຜ່ານການຄັດຈ້ອນຈັດລຽງຄືນ ໂຄງການທີ່ຜ່ານການປະເມີນສຳເລັດແລ້ວ ໄດ້ປະເພດ B ຈຳນວນ 57 ໂຄງການ ມູນຄ່າ 68,103 ຕື້ກີບ.

ພ້ອມນີ້ ບັນດາຂະແໜງການທີ່ເຂົ້າຮ່ວມ ຈະໄດ້ພ້ອມກັນຄັດຈ້ອນ ແລະ ຈັດລຽງບູລີມະສິດໂຄງການ ເພື່ອຄວາມເປັນເອກະພາບ, ພ້ອມທັງຮັບຮອງເອົາໂຄງການດັ່ງກ່າວ ພ້ອມອອກໃບຢັ້ງຢືນຜົນການປະເມີນ ເພື່ອໄວ້ເປັນບ່ອນອີງ.

About admins16