ບໍລິຄຳໄຊ ຊະນະ ບໍ່ແກ້ວ ຫວຸດຫວິດ 1-0 ເຕະບານ ທົ່ວປະເທດ ສະຫຼອງວັນຊາດທີ 2 ທັນວາ

ທັບນັກກິລາເຕະບານແຂວງບໍລິຄຳໄຊ ປະເດີມສະໜາມນັດທຳອິດ ໄລ່ເອົາຊະນະ ແຂວງບໍ່ແກ້ວ ໄປແບບຫວຸດຫວິດ 1-0 ປະຕູ ໂດຍໄດ້ປະຕູໄຊຈາກການຍິງຈຸດໂທດຂອງ ເພັດສະໝອນ ອິນທະວົງ ໃນນາທີ 90 ຊ່ວຍທີມແດນກຸລາບປາກຊັນ ເກັບ 3 ຄະແນນ ຢູ່ອັນດັບທີ 2 ຂອງກຸ່ມ ງໍ ໃນການແຂ່ງຂັນເຕະບານຊາຍ ທົ່ວປະເທດ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ.

ໃນວັນທີ 10 ພະຈິກ ຜ່ານມາ ໄດ້ມີການແຂ່ງຂັນກິລາເຕະບານຊາຍ ທົ່ວປະເທດ ເພື່ອສ້າງຂະບວນການສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ການແຂ່ງຂັນລາຍການດັ່ງກ່າວ ໄດ້ສືບຕໍ່ດຳເນີນແຂ່ງຂັນທີ 3 ສະໜາມ 4 ຄູ່ ຢ່າງເປັນປົກກະຕິ ພາຍຫຼັງທີ່ໄດ້ມີການແຂ່ງຂັນມາແຕ່ວັນທີ 6 ພະຈິກ ຜ່ານມາ, ສຳລັບຄູ່ທີ 1 ທີ່ສະໜາມກິລາກອງທັບ ເປັນການພົບກັນລະຫວ່າງ ແຂວງບໍລິຄຳໄຊ ພົບກັບ ແຂວງບໍ່ແກ້ວ ໃນກຸ່ມ ງໍ, ຄູ່ທີ 2 ທີ່ສະໜາມກິລາກາງ ມະຫາວິທະຍາໄລແຫ່ງຊາດ ແຂວງສະຫວັນນະເຂດ ພົບກັບ ແຂວງຫົວພັນ ກຸ່ມ ງໍ,​ ຄູ່ທີ 3 ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ສະໜາມນອກ ແຂວງຫຼວງພະບາງ ພົບກັບ ແຂວງໄຊຍະບູລີ ກຸ່ມ ຄໍ ແລະ ຄູ່ທີ 4 ສະໜາມກິລາແຫ່ງຊາດ ສະໜາມໃນ ແຂວງອັດຕະປື ພົບກັບ ແຂວງຫຼວງນໍ້າທາ ກຸ່ມ ຄໍ.

ຜ່ານການແຂ່ງຂັນທັງ 4 ຄູ່ ໂດຍສະເພາະຄູ່ທີ່ໜ້າສົນໃຈ ຄູ່ທຳອິດ ແຂວງບໍລິຄຳໄຊ ພົບກັບ ແຂວງບໍ່ແກ້ວ ຜົນປະກົດວ່າ: ຕະຫຼອດໄລຍະເກມການແຂ່ງຂັນ ນັກກິລາທັງສອງແຂວງ ໄດ້ເປີດເກມບຸກແລກໃສ່ກັນຢ່າງດຸເດືອດ ທ່າມກາງກອງເຊຍທີ່ເຂົ້າຮ່ວມຊົມ ແລະ ເຊຍ 400 ກວ່າຄົນ ໄດ້ເຊຍກັນຢ່າງຄືກຄື້ນ ແລະ ມ່ວນຊື່ນ ແລະ ທັງສອງທີມຕ່າງຝ່າຍກໍມີໂອກາດຈົບສະກໍແບບເນັ້ນໆ ແຕ່ສຸດທ້າຍຍິງບໍ່ຄົມພໍ ແລະ ຜົນການແຂ່ງຂັນຄິດວ່າຈະຈົບລົງດ້ວຍສະກໍ ສະເໝີກັນ 0-0 ປະຕູ, ໃນທ້າຍເກມ ມີໄຊ ສິງຫາລາດ ພາບານລຸຍເຂົ້າເຂດອັນຕະລາຍ ຈັງຫວະຢຽບບານຈະພິກໜີຜູ້ຫຼິ້ນແຂວງບໍ່ແກ້ວ ແຕ່ ອຸ່ນຄຳ ວິຈິດດວງ ກອງກາງ ແຂວງບໍ່ແກ້ວ ເຂົ້າສະກັດບານພາດ ໄປເຕະເຂົ້າຂໍ່ ມີໄຊ ລົ້ມລົງນອນກີ້ງຢູ່ກັບພື້ນ ຕໍ່ໜ້າຕໍ່ຕາ ສຸພີ ເຄືອບມະວົງ ກຳມະການກາງສະໜາມເປົ່າໃຫ້ເປັນຈຸດໂທດທັນທີ ແລະ ກໍເປັນ ເພັດສະໝອນ ອິນທະວົງ ຮັບໜ້າທີ່ສັງຫານບໍ່ພາດ ສົ່ງບານຕຳຕາໜ່າງໃຫ້ແຂວງບໍລິຄຳໄຊ ມີໄຊຊະນະເໜືອ ແຂວງບໍ່ແກ້ວ 1-0 ເກັບ 3 ຄະແນນ ສຳຄັນ ຍັບຂຶ້ນຢູ່ອັນດັບທີ 2 ເປັນຮອງພຽງແຂວງສະຫວັນນະເຂດ ທີ່ເອົາຊະນະ ແຂວງຫົວພັນ 3-1 ປະຕູ ໃນກຸ່ມ ງໍ.

ຂະນະທີ່ຜົນການແຂ່ງຂັນອີກສອງຄູ່ ຂອງກຸ່ມ ຄໍ ປະກົດວ່າ ແຂວງຫຼວງພະບາງ ຊະນະ ແຂວງໄຊຍະບູລີ 3-0 ປະຕູ ແລະ ແຂວງອັດຕະປື ຊະນະ ແຂວງຫຼວງນໍ້າທາ 2-0 ປະຕູ.

 ໃນວັນທີ 11 ພະຈິກ 2020 ເປັນການພົບກັນລະຫວ່າງ ນະຄອນຫຼວງ ພົບກັບ ແຂວງສາລະວັນ, ແຂວງຄຳມ່ວນ ພົບກັບ ແຂວງຊຽງຂວາງ, ແຂວງຈຳປາສັກ ພົບກັບ ແຂວງເຊກອງ ແລະ ແຂວງອຸດົມໄຊ ພົບກັບ ແຂວງຜົ້ງສາລີ ສ່ວນຜົນຈະເປັນແນວໃດນັ້ນ ຈະຂໍລາຍງານໃຫ້ຊາບຕື່ມອີກ.

 

About admin11