ຫ້ອງວ່າການແຂວງ ເປີດບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຫ້ອງວ່າການແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 11 ພະຈິກ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຂັ້ນແຂວງ, ສະມາຊິກພັກ ແລະ ພະນັກງານລັດຖະກອນ ພາຍໃນຫ້ອງວ່າການແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ເຊື່ອມຊຶມເອກະສານ ຄຳສັ່ງກົມການເມືອງສູນກາງພັກເລກທີ 01/ກມສພ, ລົງວັນທີ 13 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍທ່ານປະທານໄດ້ຍົກໃຫ້ເຫັນເນື້ອໃນ, ມາດຕະການຈັດຕັ້ງປະຕິບັດ ແລະ ຈຸດປະສົງ ຂອງເອກະສານດັ່ງກ່າວ ວ່າ: ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າ ຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ່ນ, ເຮັດໃຫ້ການຈັດຕັ້ງປະຕິບັດສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ ເພື່ອຮັບປະກັນໃຫ້ການນຳພາຂອງພັກ ຕອບສະໜອງໄດ້ການເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກ ແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ພ້ອມດຽວກັນ ຍັງໄດ້ຮັບຟັງການເຜີຍແຜ່ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຮັບຟັງການອະທິບາຍ ວິທີການ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດ ໃນບາດກ້າວຕ່າງໆ.

About admins16