ບໍລິຄຳໄຊສະຫຼຸບວຽກງານກວດກາ 5 ປີ

ກອງປະຊຸມວຽກງານກວດກາທົ່ວແຂວງບໍລິຄຳໄຊ ປະຈຳປີ 2020, 5 ປີ (2016-2020) ໄດ້ຈັດຂຶ້ນໃນວັນທີ 2 ເມສາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ມີຄະນະກວດກາພັກ-ອົງການກວດກາລັດແຂວງ, ເມືອງ, ພະແນກການ, ພະນັກງານ ທີ່ຮັບຜິດຊອບວຽກງານກວດກາ ຂອງບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ 5 ປີຜ່ານມາ ເຫັນວ່າມີຫຼາຍວຽກງານພົ້ນເດັ່ນ ເປັນຕົ້ນແມ່ນໄດ້ຄົ້ນຄວ້າຫັນນິຕິກຳຂອງຂັ້ນເທິງ ມາເປັນນິຕິກຳໃນຂັ້ນຂອງຕົນ ຈຳນວນ 8 ຫົວຂໍ້ ໃນນັ້ນໄດ້ຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດສຳເລັດ 7 ຫົວຂໍ້, ຈັດປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 697 ໜ່ວຍພັກ ເທົ່າກັບ 87,78%, ໜ່ວຍພັກກາງ 86 ໜ່ວຍພັກ, ອ່ອນ 4 ໜ່ວຍພັກ, ໄດ້ຕີລາຄາຈັດປະເພດສະມາຊິກພັກແຂງ 12.088 ສະຫາຍ, ຍິງ 3.098 ສະຫາຍ, ສະມາຊິກກາງ 603 ສະຫາຍ, ຍິງ 104 ສະຫາຍ, ອ່ອນ 29 ສະຫາຍ, ຍິງ 1 ສະຫາຍ, ໄດ້ຕິດຕາມ, ກວດກາ ການບໍລິການລັດ ທັງໝົດ 137 ເປົ້າໝາຍ. ຜ່ານການກວດກາພົບເຫັນຜົນເສຍຫາຍທັງໝົດ 364.372,75 ລ້ານກີບ, ເງິນໂດລາ 1.800 ໂດລາ, ເງິນບາດ 4,31 ລ້ານບາດ, ສາມາດເກັບກູ້ຄືນໄດ້ 14.840,53 ລ້ານກີບ, 1.800 ໂດລາ, 1,43 ລ້ານບາດ, ດັດແກ້ ອວ່າຍທຶນ ແລ້ວ 727,47 ລ້ານກີບ, ດັດແກ້ຫັກລົບມູນຄ່າໂຄງການຫຼຸດລົງ 49.344,79ລ້ານກີບ.

ພ້ອມນັ້ນຍັງໄດ້ກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ຂຶ້ນໄປ 25 ໂຄງການ ແລະ 10 ຕື້ລົງມາ ຈຳນວນ 46 ໂຄງການ, ໄດ້ຮັບຄຳຮ້ອງຟ້ອງ-ຄຳສະເໜີ 108 ເລື່ອງ ໃນນັ້ນຄະນະກວດກາພັກ-ອົງການກວດກາລັດແຂວງ ໄດ້ຮັບ 53 ເລື່ອງ ແລະ ຄະນະກວດກາພັກ-ອົງການກວດກາລັດເມືອງ ໄດ້ຮັບ 55 ເລື່ອງ ໄດ້ຄົ້ນຄວ້າແກ້ໄຂຕາມພາລະບົດບາດ 84 ເລື່ອງ ແລະ ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ 24 ເລືອງ. ນອກຈາກນັ້ນວຽກງານການຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ຕິດຕາມ, ກວດກາການປະຕິບັດຜົນການກວດກາ, ການປັບປຸງກົງຈັກການຈັດຕັ້ງ, ການບຳລຸງກໍ່ສ້າງພະນັກງານ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການຈັດຕັ້ວປະຕິບັດດ້ວຍຄວາມເອົາໃຈໃສ່ສູງ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆ.

ໃນກອງປະຊຸມ ຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວ ວຽກງານກວດກາທົ່ວປະເທດ ໄລຍະ 5 ປີ(2016-2020), ບົດໂອ້ລົມຂອງ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2020 ແລະ 5 ປີ ແລະ ຮັບຟັງການປະກອບຄຳເຫັນຂອງຄະນະກວດກາພັກເມືອງ ແລະ ພາກສ່ວນກ່ຽວຂ້ອງ.

About admins14