ຊາວໜຸ່ມແຂວງ ປະກວດ ນັກຮ້ອງສຽງດີ ແລະ ລະຄອນສັ້ນ ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມ ຄົບຮອບ 66 ປີ

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (14 ເມສາ 1955-14 ເມສາ 2021) ໃຫ້ເປັນຂະບວນຟົດຟື້ນ ໃນວັນທີ 2 ເມສາ 2021 ຢູ່ສະໂມສອນໃຫຍ່ ຂອງແຂວງບໍລິຄໍາໄຊ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດພິທີປະກວດ ນັກຮ້ອງສຽງດີ ຮຸ່ນຊາວໜຸ່ມ ເພື່ອຊິງລາງວັນ ຈາກທ່ານ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍການເຂົ້າຮ່ວມຂອງທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ມີຮອງເລຂາຄະນະຊາວໜຸ່ມແຂວງ, ຄະນະຮັບຜິດຊອບການປະກວດ, ຄະນະກໍາມະການ, ແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມຈາກຮາກຖານອ້ອມຂ້າງແຂວງເຂົ້າຮ່ວມ.

ການແຂ່ງຂັນໃນຄັ້ງນີ້ ບັນດາໂຮງຮຽນໄດ້ສົ່ງຕົວແທນເຂົ້າຮ່ວມແຂ່ງຂັນຮ້ອງເພງທັງໝົດ 26 ທ່ານ, ຍິງ 13 ສະຫາຍ ແລະ ລະຄອນສັ້ນ 5 ເລື່ອງ ຈາກ 5 ພາກສ່ວນ ສົ່ງເຂົ້າປະກວດ ເຊິ່ງການແຂ່ງຂັນຮ້ອງເພງແມ່ນດຳເນີນຮອບຄັດເລືອກໃນຕອນບ່າຍຂອງວັນທີ 1 ເມສາ ຜ່ານມາ ຄັດເລືອກເອົາ 10 ຄົນ ເຂົ້າຊິງຊະນະເລີດ.

ການແຂ່ງຂັນ ແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ຈາກຜູ້ຊົມຜູ້ເຊຍ ແລະ ຜ່ານການແຂ່ງຂັນສາມາດສະຫຼຸບໄດ້ຄື: ລາງວັນຊະນະເລີດນັກຮ້ອງສຽງດີ ທີ່ໂຊສຽງໄດ້ປະທັບໃຈຄະນະກຳມະການ ໄດ້ແກ່ນາງ ປາວີນາ ໂພທິລາດ ຈາກໂຮງຮຽນ ມໍປາຍປາກຊັນ ໃນບົດເພັງ ແກ້ວຫຼັກເມືອງ, ອັນດັບ 2 ທ້າວ ຄຳສຸກ ສຸລິຍາ ຈາກກອງບັນຊາການທະຫານແຂວງ ເພັງປະເທດ ເປັນບ້ານທະຫານ ເປັນຮົ້ວປ້ອງກັນຊາດ ແລະ ອັນດັບ 3 ທ້າວ ໂກເດັ່ນ ຫຼວງເພັດ ຈາກ ມ.ສ ສີທ່ານາໄຊ ເພັງຄຳສັນຍາ ສ່ວນປະເພດລາງວັນ ອັນດັບ 1 ໄດ້ຮັບເງິນສົດ 5 ແສນກີບ, ອັນດັບ 2 ໄດ້ຮັບເງິນສົດ 4 ແສນກີບ ແລະ ອັນດັບ 3 ໄດ້ຮັບເງິນສົດ 3 ແສນກີບ ເປັນກຽດມອບໂດຍທ່ານ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ມີຮອງເລຂາຄະນະຊາວໜຸ່ມແຂວງ.

ສຳລັບການແຂ່ງຂັນລະຄອນສັ້ນ ໃນເວລາບໍ່ເກີນ 20 ນາທີ ແລະ ໂຮງຮຽນທີສະແດງໄດ້ຕາມມາດຖານເງື່ອນໄຂຕາມທີ່ຄະນະກຳມະການໄດ້ກຳນົດໄວ້ ອັນດັບ 1 ໄດ້ແກ່ ໂຮງຮຽນ ມ.ສ ສີທ່ານາໄຊ ລະຄອນເລື່ອງ ຫຼົງຜິດຊີວິດປ່ຽນ, ອັນດັບ 2 ໄດ້ແກ່ ມໍປາຍປາກຊັນ ເລື່ອງປີກຝັ່ງ ແລະ ອັນດັບ 3 ໄດ້ແກ່ ມ.ສ ປາກງຽບ ເລື່ອງທາງງ່ຽງ ຢ່າສ່ຽງເດີນ. ສ່ວນປະເພດລາງວັນ ອັນດັບ 1 ໄດ້ຮັບເງິນສົດ 1 ລ້ານກີບ, ອັນດັບ 2 ໄດ້ຮັບເງິນສົດ 7 ແສນກີບ ແລະ ອັນດັບ 3 ໄດ້ຮັບເງິນສົດ 5 ແສນກີບ ເປັນກຽດມອບໂດຍທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ.

About admins16