ບໍລິຄຳໄຊມີອຸປະຕິເຫດເກີດຂຶ້ນ 12 ເລື່ອງ ໃນໄລຍະບຸນປີໃໝ່ລາວ ພ.ສ 2565

ໄລຍະບຸນປີໃໝ່ລາວ ພ.ສ 2565 ມີອຸປະຕິເຫດເກີດຂຶ້ນທັງໝົດ 12 ເລື່ອງ ທ່ານ ພັນຕີ ໄຊຊະນະ ສິງມະວົງ ຮອງພະແນກຈະລາຈອນແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດຜ່ານສື່ມວນຊົນ ໃນວັນທີ 16 ເມສາ 2022.

ກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ ກໍ່ຄືພະແນກຈະລາຈອນ ໄດ້ກະກຽມກຳລັງພົນ, ພະຫະນະອຸປະກອນ ຕາມຫຼັກການວິຊາສະເພາະ ແລະ ໄດ້ກຳນົດໜ້າທີ່ວຽກງານຂອງໜ້າວຽກຢ່າງລະອຽດ ເປັນຕົ້ນແມ່ນວຽກງານໂຄສະນາ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ, ກ່ຽວກັບການປະຕິບັດກົດລະບຽບຈະລາຈອນ, ໄດ້ແບ່ງຈຸປະຈຳການແຕ່ລະແຍກ ໂດຍສະເພາະ 3 ແຍກ 4 ແຍກ ຫຼື ບ່ອນທີ່ສັບສົນ ແລະ ຕາມເສັ້ນທາງຫຼວງ.

ຜ່ານການຈັດຕັ້ງປະຕິບັດ ແຕ່ວັນທີ 12 ເມສາ 2022 ເປັນມາ ເຫັນວ່າສະພາບການສັນຈອນແມ່ນແມ່ນມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍດີພໍສົມຄວນ, ແຕ່ກໍ່ຍັງພົບເຫັນນັກຂັບຂີ່ຈຳນວນໜຶ່ງ ທີ່ລະເມີດກົດຈະລາຈອນ ໂດຍສະເພາະແມ່ນບໍ່ໃສ່ມວກກັນກະທົບ, ບໍ່ຖືເອກະສານ, ໃຊ້ຄວາມໄວເກີນກໍານົດ ແລະ ອື່ນໆ, ຕໍ່ກັບຜູ້ລະເມີດກໍ່ໄດ້ມີການສຶກສາອົບຮົມ, ກ່າວເຕື່ອນ ແລະ ກໍລະນີຮ້າຍແຮງ ກໍ່ໄດ້ມີການດໍາເນີນຕາມລະບຽບກົດໝາຍ ແລະ ຮອດປະຈຸບັນ ທົວແຂວງມີອຸປະຕິເຫັດເກີດຂຶ້ນ ຈໍານວນ 12 ເລື່ອງ, ມີຄົນເສຍຊີວິດ 2 ຄົນ.

About admins14