ບັນຍາກາດບຸນຕຸດສົງການປີໃໝ່ລາວ 2565

ໃນວັນທີ 14 ເມສາ 2022 ເປັນມື້ທຳອິດ ບຸນຕຸດສົງການປີໃໝ່ລາວ 2565 ໄດ້ໝູນວຽນມາຮອດອີກຄັ້ງໜື່ງ ປີນີ້ ເປັນອີກໜື່ງປີທີຖືກຜົນກະທົບຈາກ ໂຄວິດ-19 ແຕ່ບັນຍາກາດຂອງກິດຈະກຳທາງສາສະໜາ ແລະ ວັດທະນະທຳ ຂອງພໍ່ແມ່ປະຊາຊົນ ກໍ່ຍັງຮັກສາໄດ້ຄືກັບທຸກໆປີ.

ບຸນຕຸດສົງການປີນີ້ ອອກຕົນຍາດໂຍມທັງຫຼາຍຈະໄດ້ເຂົ້າມາເຕົ້າໂຮມຢູ່ວັດ ເພື່ອເຮັດພິທີອັງເຊີນພຣະພຸດທະຮູບລົງຫົດສົງ ຕາມຮີດຄອງປະເພນີ. ການສົງພຣະນີ້ ກໍ່ແມ່ນເພື່ອເປັນສິລິມົງຄຸນແກ່ຕົວເອງ ແລະ ຄອບຄົວ, ນອກນັ້ນ ຍັງເປັນການຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ທີ່ບັນພະບູລຸດຂອງເຮົາໄດ້ປະຕິບັດມາແຕ່ບູຮານນະການໄວ້ໃຫ້ຄົງຢູ່ກັບຊາດລາວຕະຫຼອດໄປ. ລູກຫຼານທີ່ເກີດໃໝ່ໃຫຍ່ລຸ່ນ ກໍ່ໄດ້ຮັກສາຮີດຄອງປະເພນີອັນດີງາມນີ້ໄວ້ ການເຂົ້າວັດສົງພຣະກໍ່ຕ້ອງແຕ່ງກາຍໃຫ້ເປັນລະບຽບຮຽບຮ້ອຍ, ການຫຼິ້ນນ້ຳກໍ່ຕ້ອງໃຊ້ນ້ຳທີ່ສະອາດ ບໍ່ຄວນໃຊ້ນ້ຳສີ ຫຼື ໃຊ້ຖົງຢາງດຶກແກ່ງໃສ່ກັນ.

ການຫຼິ້ນນ້ຳປີນີ້ ເຫັນວ່າທຸກຄົນມີຄວາມລະມັດລະວັງ ເປັນລະບຽບຮຽບຮ້ອຍ ຖືກຕາມຮີດຄອງປະເພນີ, ຖືກລະບຽບທີ່ວາງອອກ ແລະ ປະຕິບັດຕາມມາດຕະການປ້ອງກັນພະຍາດ ໂຄດວິດ-19.

About admins16