ບ້ານ ຜາບໍ່ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ III

ໃນວັນທີ 22 ກັນຍາ 2021 ບ້ານ ຜາບໍ່ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນຂື້ນ ຢູ່ຫ້ອງປະຊຸມຂອງບ້ານ ພາຍໃຕ້ການເປັນປະທານຂອງ ທ່ານ ຫວັງຈາ ເຍ່ຍລໍ່ວ່າງ ເລຂາພັກບ້ານ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ມີພະນັກງານກໍ່ສ້າງຮາກຖານ, ສະມາຊິກພັກ, ອຳນາດການປົກຄອງ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ຫວັງຈາ ເຍ່ຍລໍ່ວ່າງ ໄດ້ຂື້ນຜ່ານບົດລາຍງານການເມືອງທັງສອງພາກ ຕໍ່ກອງປະຊຸມ ເຊິ່ງໄດ້ຕີລາຄາຄືນການຊີ້ນຳ- ນຳພາຂອງຄະນະພັກ ໃນການປະຕິບັດວຽກງານຢ່າງຮອບດ້ານໄລຍະ 5 ປີ ຜ່ານມາ ບ້ານ ຜາບໍ່ ມີສະມາຊິກພັກທັງໝົດ 11 ສະຫາຍ, ຍີງ 2 ສະຫາຍສຳຮອງ 1 ສະຫາຍ ຜ່ານມາຄະນະພັກໄດ້ພ້ອມກັນສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊີກພັກ ແລະ ພໍ່ແມ່ປະຊາຊົນ, ເຊື່ອມຊືມແນວທາງການເມືອງຂອງພັກ – ລັດ, ປຸກລະດົມທົວປວງຊົນເຂົ້າຮ່ວມຂະບວນການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງບ້ານ, ຍົກໃຫ້ເຫັນຜົນງານຫຼາຍດ້ານມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ.

ບ້ານຜາບໍ່ ມີ 106 ຫຼັງຄາເຮືອນ, ມີ 144 ຄອບຄົວ, ມີພົນລະເມືອງ 717 ຄົນ ຍິງ 368 ຄົນ, ມີ 3 ຊົນເຜົ່າ ຄື: ເຜົ່າມົ້ງ, ເຜົ່າລາວລຸ່ມ ແລະ ເຜົ່າຜ້ອງ, ອາຊີບຕົ້ນຕໍ ປູກພືດ, ລ້ຽງສັດເປັນສຳຮອງ, ທົ່ວບ້ານມີເນື່ອທີ່ທັງໝົດ 4,400 ເຮັກຕ່າ, ພາຍໃນບ້ານມີສັດ ລ້ຽງປະເພດ ງົວ ແລະ ຄວາຍ 540 ໂຕ, ໝູ 200 ໂຕ, ແບ້ 150 ໂຕ ແລະ ສັດປີກຈຳນວນໜຶ່ງ, ມີຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ 80 %, ຄອບຄົວທີ່ຍັງບໍ່ທັນພົ້ນທຸກ 4 ຄອບຄົວ.

ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາຄະນະພັກບ້ານ ແລະ ຄະນະບ້ານຊຸດໃໝ່ເຊີ່ງເລືອກເອົາ ທ່ານ ຫວັງຈາ ເຍ່ຍລໍ່ວ່າງ ເປັນເລຂາພັກບ້ານ – ເປັນນາຍບ້ານ, ທ່ານ ວ່າໂກ້ ຄົວຈາວ່າງ ເປັນຮອງ, ທ່ານ ໜໍ່ຈ້າ ເຍ່ຍເລັ່ງວ່າງ ເປັນກຳມະການເປັນຜູ້ກວດກາ, ກອງປະຊຸມໄດ້ຜ່ານໂຄງຮ່າງການຈັດຕັ້ງບ້ານທີ່ປັບປຸງໃໝ່, ຜ່ານຂໍ້ຕົງລົງຂອງເຈົ້າ ເມືອງ, ຂໍ້ຕົກລົງຂອງປະທານກວດກາພັກລັດເມືອງ ແລະ ຂໍ້ຕົກລົງຂອງການຈັດຕັ້ງຕ່າງໆຂອງບ້ານ ວ່າດ້ວຍການແຕ່ງຕັ້ງຫົວໜ້າ,ຮອງຫົວໜ້າຈຸງານບ້ານເພື່ອຕິດຕາມກວດກາ ແລະ ເຄື່ອນໄຫວຕາມພະລະບົດບາດຂອງຕົນ.

 

About admin11