ເຈົ້າແຂວງບໍລິຄຳໄຊ ລົງຕິດຕາມ ຊຸກຍູ້ຈຸດກວດກາຄົນເຂົ້າ – ອອກ ລະຫວ່າງແຂວງ

ໃນວັນທີ 24 ກັນຍາ 2021 ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ໄດ້ລົງຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກວດກາການເຂົ້າອອກພົນລະເຮືອນ ລະຫວ່າງແຂວງບໍລິຄຳໄຊ –  ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ – ໄຊສົມບູນ ຢູ່ເມືອງ ທ່າພະບາດ ໃນນັ້ນ ໄດ້ໄປຈຸດກວດກາ ບ້ານນາໄຊ ເສັ້ນທາງເລກທີ 13 ໄຕ້ ເຂດເຊື່ອມຕໍ່ລະຫວ່າງ ແຂວງ ບໍລິຄໍາໄຊ – ນະຄອນຫຼວງວຽງຈັນ ແລະ ຈຸດກວດກາ ບ້ານ ປ່າໄລ່ ເຂດເຊື່ອມຕໍ່ລະຫວ່າງແຂວງ ບໍລິຄຳໄຊ – ໄຊສົມບູນ.

ພາຍຫຼັງທີ່ທ່ານ ເຈົ້າແຂວງ ບໍລິຄຳໄຊ ອອກຄຳສັ່ງເລກທີ 20/ຂບຊ ລົງວັນທີ 23 ກັນຍາ 2021 ວ່າດ້ວຍມາດຕະການປ້ອງກັນ, ຄວບຄູມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ແຂວງບໍລິຄໍາໄຊ ໃນໄລຍະແຕ່ວັນທີ 24 ກັນຍາ – 7 ຕຸລາ 2021 ( Lock Down ) ໂດຍມີທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ ພ້ອມດ້ວຍຄະນະສະເພາະກິດເມືອງ ຮ່ວມພາທາງ.

ເຈົ້າໜ້າທີ່ຮັບຜິດຊອບຈຸດກວດກາ ໄດ້ລາຍງານສະພາບໂດຍລວມ ໃນການລົງເຄື່ອນໄຫວປະຕິບັດໜ້າທີ່ ເຊີ່ງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກບາງດ້ານ ໂດຍລວມແລ້ວເຫັນວ່າ ມີຄວາມສະຫງົບໂດຍພື້ນຖານ ປະຊາຊົນແມ່ນມີຄວາມຕື່ນຕົວເປັນເຈົ້າການເຂົ້າຮ່ວມປະຕິບັດຕາມຄຳສັ່ງຂອງຂັ້ນເທິງວາງອອກ ສຳລັບພົນລະເຮືອນທີ່ຈະເດີນທາງເຂົ້າ – ອອກລະຫວ່າງແຂວງຕໍ່ແຂວງແມ່ນຫ້າມເດັດຂາດ ຍົກເວັ້ນກໍລະນີທີ່ຈຳເປັນທີ່ໄດ້ລະບຸໄວ້ໃນຄຳສັ່ງຂໍ້ທີ 14 ແຕ່ຕ້ອງໄດ້ຜ່ານການວັດແທກອຸນຫະພູມ, ບັນທຶກຈຸດປະສົງການເຄື່ອນໄຫວຈາກຕົ້ນທາງຫາປາຍທາງລະອຽດຈະແຈ້ງ ຈາກເຈົ້າໜ້າທີ່ຈຸດກວດກາ.

ຄະນະສະເພາະກິດຂັ້ນແຂວງ ຍັງໄດ້ປະກອບຄຳເຫັນຊີ້ແຈງບາງບັນຫາທີ່ເປັນບ່ອນອິງໃນການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ກວດກາປະຈຳແຕ່ລະຈຸດ ເປັນຕົ້ນແມ່ນການເຂັ້ມງວດເອົາໃຈໃສ່ປະຕິບັດຄຳສັ່ງ, ການປະຕິບັດໜ້າທີ່ເປັນການເຂົ້າສູ່ສະໜາມຮົບຕີກັບສັດຕູອັນຮ້າຍກາດ, ຍົກສູງການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນປະຕິບັດຫຼັກສຸຂະອາໄມ, ແບ່ງໜ່ວຍໂຄສະນາປະຊາສຳພັນຕາມບ້ານຕ່າງໆ ພາຍໃນເມືອງໃຫ້ທົ່ວເຖິງ ໃນການຜັນຂະຫຍາຍມະຕິ, ຄຳສັ່ງຂອງຂັ້ນເທິງວາງອອກແຕ່ລະໄລຍະ.

ໃນຕອນທ້າຍ ທ້ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ ຍັງໄດ້ເນັ້ນໃຫ້ຄະນະສະເພາະກິດຂັ້ນເມືອງ, ຄະນະຮັບຜິດຊອບຈຸດກວດກາ ຈົ່ງໄດ້ເຊື່ອມຊຶມຄຳສັ່ງ ສ້າງຄວາມເຂົ້າໃຈຕໍ່ບັນຫາ ສ້າງຄວາມເປັນເອກກະພາບ ໃນການຈັດຕັ້ງປະຕິບັດໜ້າທີ່, ຕ້ອງກວດກາລະອຽດຕາມຫຼັກສຸຂະອາໄມ ສາທາລະນະສຸກວາງອອກ, ມີຄວາມຮັບຜິດຊອບໂດຍກົງຕໍ່ໜ້າທີ່ທີ່ຕົນເອງຮັບຜິດຊອບ.

ໂອກາດທີ່ທ່ານ ເຈົ້າແຂວງ ບໍລິຄຳໄຊ ພ້ອມດ້ວຍຄະນະລົງຊຸກຍູ້, ຕິດຕາມການເຄື່ອນໄຫວຂອງເຈົ້າໜ້າທີ່ກວດກາໃນຄັ້ງນີ້ ຍັງໄດ້ນຳເອົາເຄື່ອງອຸປະໂພກ – ບໍລິໂພກຈຳນວນໜື່ງ ເປັນຕົ້ນແມ່ນ ເຂົ້າສານໜຽວ, ໜີ່ສຳເລັດຮູບ, ປາກະປອງ, ເຈວລ້າງມື, ຜ້າປິດປາກ – ດັງຈຳນວນໜື່ງ ມາມອບໃຫ້ຄະນະຮັບຜິດຊອບກວດກາເພື່ອນຳໃຊ້ເຂົ້າໃນກິດຈະກຳປະຈຳວັນ.

ໃນຕອນແລງຂອງວັນດຽວກັນ ທ່ານ ເຈົ້າແຂວງ ບໍລິຄຳໄຊ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງເຈົ້າໜ້າກວດກາຄົນເຂົ້າ – ອອກເມືອງ ລະຫວ່າແຂວງ ບໍລິຄຳໄຊ – ແຂວງ ຄຳມ່ວນ ເຂດບ້ານ ນາອິນ ເມືອງ ປາກກະດິງ ແລະ ຍັງໄດ້ນຳເອົາເງິນສົດຈຳນວນ 50 ລ້ານກີບ ມອບໃຫ້ເມືອງ ປາກກະດິງ ເພື່ອນໍາໃຊ້ເຂົ້າໃນການບູລະນະ, ສ້ອມແປງ ອາຄານສູນກັກກັນຢູ່ເມືອງ ປາກກະດິງ ແລະ ນຳເອົາເຄື່ອງອຸປະໂພກ – ບໍລິໂພກອີກຈໍານວນໜື່ງ ມອບໃຫ້ຄະນະຮັບຜິດຊອບຢູ່ຈຸດກວດກາ.

About admins14