ບ້ານໂພນຈະເລີນ ຈັດງານບຸນຊ່ວງເຮືອ ຊິງຂັນເຈົ້າເມືອງປາກກະດິງ

ໃນວັນທີ 2 ຕຸລາ 2022 ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດງານບຸນປະເພນີຊ່ວງເຮືອຍາວ (ຊາຍ) ປະເພດ 12 ສີພາຍ ປະຈຳປີ 2022 ຊິງຂັ້ນເຈົ້າເມືອງປາກກະດິງ ຢູ່ທີ່ໜ້ານ້ຳກະດິງ ທ່າໂຮງຮຽນ ມໍຕົ້ນ ໂພນສີ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພູເຂົາເງິນ ອິນທະວົງ ເຈົ້າເມືອງປາກກະດິງ ແລະ ທ່ານ ໄມທອງ ໄຊປັນຍາ ນາຍບ້ານໂພນຈະເລີນ, ມີພໍ່ຄ້າຊາວຂາຍພ້ອມດ້ວຍພໍ່ແມ່ປະຊາຊົນທັງບ້ານໃກ້ ແລະ ໄກ ເຂົ້າຮ່ວມຊົມຮ່ວມເຊຍຢ່າງຫຼວງຫຼາຍ.

ງານບຸນຊ່ວງເຮືອຄັ້ງນີ້ ແຂ່ງຂັນໃນໄລຍະ 400 ແມັດ ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 8 ລຳ ທີ່ມາຈາກບ້ານອ້ອມຂ້າງພາຍໃນເມືອງ, ການແຂ່ງຂັນ ໄດ້ດຳເນີນໄປດ້ວຍຄວາມຄຶກຄື້ນ – ມ່ວນຊື່ນ, ມີຄວາມເປັນລະບຽບຮຽບຮ້ອຍ, ຮັກສາໄດ້ຄວາມສາມັກຄີ ແລະ ຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາດ.

ຜົນການແຂ່ງຂັນ ຊະນະເລີດໄດ້ແກ່ ເຮືອບ້ານສົມສະນຸກ, ຮອງຊະນະເລີດ ແລະ ທີ 3 ໄດ້ແກ່ເຮືອ ນ້ອງນາລີນ ບ້ານຊອດ, ສຳລັບລາງວັນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 4.000.000 ກີບ, 2.500.000ກີບ ແລະ 1.500.000ກີບ ຕາມລຳດັບ.

About admins16