ຮອງຫົວໜ້າກົມພັດທະນາຊົນນະບົດສູນກາງ ມອບເຄື່ອງບັນເທົາທຸກໃຫ້ຄອບຄົວອານາຖາ

ໃນຕອນເຊົ້າຂອງວັນທີ 2 ຕຸລາ 2022 ທ່ານ ນາງ ແວວມະນີ ເທບພະວົງ ຮອງຫົວໜ້າກົມພັດທະນາຊົນນະບົດສູນກາງ ພ້ອມຄະນະ ໄດ້ມອບເຄື່ອງບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ຄອບຄົວອານາຖາບ້ານຫຼັກ 12 ເມືອງຄໍາເກີດ ແຂວງບໍລິຄຳໄຊ ໂດຍມີ ຫົວໜ້າຂະແໜງພັດທະນາຊົນນະບົດແຂວງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ອໍານາດການປົກຄອງບ້ານ ເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງໃຊ້ຄົວເຮືອນ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງບັນເທົາທຸກເບື້ອງຕົ້ນ ລວມມູນຄ່າ 2 ລ້ານກວ່າກີບ, ກ່າວຮັບໂດຍ ທ້າວ ແຍງ ແລະ ນາງ ຫອມ ໂດຍມີການຈັດຕັ້ງບ້ານ ເຂົ້າຮ່ວມເປັນສັກຂີພະຍານ.

About admins16