ບາງວຽກງານທີ່ ບໍລິຄຳໄຊ ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ

ມີສິ່ງທ້າທາຍບາງດ້ານ ແລະ ຫຼາຍວຽກງານ ທີ່ຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດໃນຕໍ່ໜ້າ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ໄດ້ມີຄໍາເຫັນຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ແຂວງບໍລິຄຳໄຊ ຄັ້ງທີ 8 ສະໄໝ ທີ VII ທີ່ໄຂຂຶ້ນໃນວັນທີ 14 ກໍລະກົດ ແລະ ໄດ້ອັດລົງໃນວັນທີ 15 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານວຽກງານທີ່ສໍາຄັນຈໍານວນໜຶ່ງເຊັ່ນ: ບົດສະຫຼຸບຕີລາຄາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII, ການຈັດຕັ້ງປະຕິບັດວຽກຮອບດ້ານ, ການຈັດຕັ້ງປະຕິບັດແຜນການລົງທຶນ, ການຈັດເກັບລາຍຮັບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ, ການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນ ແລະ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຂອງແຂວງບໍລິຄໍາໄຊ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ, ວຽກງານພົ້ນເດັ່ນຂອງບັນດາເມືອງ, ພ້ອມນັ້ນ ຍັງໄດ້ມີການສະເໜີ, ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອສົ່ງເສີມວຽກງານດ້ານດີ ແລະ ແກ້ໄຂບາງຂໍ້ຄົງຄ້າງໃຫ້ດີຂຶ້ນ.

ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ມີຄໍາເຫັນຊີ້ນຳຕໍ່ກອງປະຊຸມດັ່ງກ່າວ ໂດຍສະເພາະແມ່ນການເພີ່ມທະວີການສຶກສາອົບຮົມການເມືອງ – ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ, ເລິກເຊິ່ງທົ່ວເຖິງ, ປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຢ່າງແຂງແຮງ ແລະ ສຸມໃສ່ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຜັນຂະຫຍາຍຍຸດທະສາດໃນການແກ້ໄຂ 4 ເຖື່ອນ ແລະ 9 ຫົວຂໍ້ສໍາມະນາວິທະຍາສາດຂອງແຂວງ ໃຫ້ປະກົດຜົນເປັນຈິງ.

ຊຸກຍູ້ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ຕິດພັນກັບການຈັ້ດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂເສດຖະກິດ – ການເງິນ ໃຫ້ໄດ້ຮັບຕົວຈິງຫຼາຍຂຶ້ນ, ເອົາໃຈໃສ່ຕິດຕາມ, ກວດກາ ບັນດາເສັ້ນທາງພາຍໃນແຂວງ ຮັບປະກັນໃຫ້ການຄົມມະນາຄົມສະດວກ, ໂລ່ງລ່ຽນ ສາມາດສັນຈອນໄປ – ມາໄດ້ ທັງສອງລະດູ, ພ້ອມທັງປຸກລະດົມສັງຄົມໃຫ້ມີສ່ວນຮ່ວມໃນການກໍ່ສ້າງສ້ອມແປງ.

ດໍາເນີນການຮຽນ – ການສອນ, ຕິດພັນກັບການສືບຕໍ່ປັບປຸງພື້ນຖານໂຄງລ່າງທາງດ້ານການສຶກສາ ໃຫ້ແໜ້ນໜາຖາວອນ, ສ້າງສະພາບແວດລ້ອມການຮຽນ – ການສອນ ໃຫ້ດີຂຶ້ນ, ພ້ອມນັ້ນ ກໍ່ໃຫ້ເອົາໃຈໃສ່ແກ້ໄຂບັນຫາຄູເຫຼືອ – ບໍ່ພໍ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ໂຄສະນາ, ໃຫ້ຄວາມຮູ້ ພ້ອມກັບວຽກງານໃຫ້ວັກຊີນແກ່ກຸ່ມເປົ້າໝາຍ ໃຫ້ໄດ້ຕາມແຜນການຂອງແຂວງທີ່ວາງໄວ້ ແລະ ຄວບຄຸມ, ປ້ອງກັນການລະບາດຂອງພະຍາດຕາມລະດູການ.

ສືບຕໍ່ເພີ່ມທະວີການຕິດຕາມ, ກວດກາ ແລະ ຄຸ້ມຄອງແຮງງານ, ການສ້າງສີມືແຮງງານທີ່ມີຄຸນນະພາບ, ຫຼາກຫຼາຍທາງດ້ານສາຂາອາຊີບ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ, ສົມທົບກັບຂະແໜງການສຶກສາ ຄົ້ນຄວ້າບັນຈຸພື້ນຖານຄວາມຮູ້ທາງດ້ານວິຊາຊີບ, ສ້າງຈິດສໍານຶກໃຫ້ນັກຮຽນ – ນັກສຶກສາ ໃຫ້ເຫັນໄດ້ຄວາມໝາຍ – ຄວາມສໍາຄັນຂອງສາຍວິຊາຊີບ ໂດຍຍົກໃຫ້ເຫັນຜົນປະໂຫຍດ, ສ້າງແນວຄວາມຄິດທາງເລືອກໃນການຕັດສິນໃຈປະກອບອາຊີບຂອງຕົນ ຕັ້ງແຕ່ຂັ້ນມັດທະຍົມສຶກສາ.

ກະກຽມແຜນຮັບມື, ຕອບໂຕ້ ແລະ ແກ້ໄຂຜົນກະທົບຈາກໄພພິບັດທີ່ອາດເກີດຂຶ້ນ, ຄຸ້ມຄອງ, ຕິດຕາມ ການເຄື່ອນໄຫວຂອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເພື່ອຊຸກຍູ້ການເຄື່ອນໄຫວຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ, ເອົາໃຈໃສ່ກະກຽມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບໃນການຮ່ວມມືລາວ – ຫວຽດນາມ ຄົບຮອບ 45 ປີ.

ປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆ ພາຍໃນແຂວງໃຫ້ສໍາເລັດ, ຊຸກຍູ້ວຽກງານການຫັນລົງກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ຕິດພັນກັບວຽກງານ 3 ສ້າງໃນທົ່ວແຂວງ ເພື່ອສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດເພີ່ມຂຶ້ນ, ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດວຽກງານແກ້ໄຂຄໍາຮ້ອງຟ້ອງ, ຄໍາຮ້ອງທຸກ ແລະ ການແກ້ໄຂຄະດີຕ່າງໆ ໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ສໍາເລັດດ້ວຍຄຸນນະພາບ ແລະ ວຽກງານອື່ນໆ.

About admins14