ສະຫະພັນແມ່ຍິງເມືອງວຽງທອງ ຊະນະເລີດການປະກວດອາຫານພື້ນເມືອງປະຈຳແຂວງ

ງານເທດດງານເທດສະການອາຫານ, ວາງສະແດງສີນຄ້າ ແລະ ປະກວດອາຫານເອກະລັກຂອງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ ເປັນຕົ້ນມາ ຢູ່ສວນສາທະລະນະ ທ່ານ ສີສົມພອນ ລໍວັນໄຊ ກຸ່ມນັກທຸລະກີດຍິງແຂວງບໍລິຄໍາໄຊ ແລະ ໃນວັນທີ 15 ກໍລະກົດ 2022 ໄດ້ມີການປະກວດອາຫານທີ່ເປັນເອກະລັກຂອງບັນດາເມືອງພາຍໃນແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີການນຳຂອງແຂວງ, ສະຫະພັນແມ່ຍິງຮາກຖານຈາກພະແນກການອ້ອມຂ້າງ, ສະມາຄົມນັກທຸລະກິດໜຸ່ມແຂວງ ແລະ ເມືອງ ເຂົ້າຮ່ວມ.

ເພື່ອເປັນການຊຸກຍູ້ ສົ່ງເສີມທ່າແຮງຂອງເອື້ອຍນ້ອງແມ່ຍິງ ເສີມຂະຫຍາຍຫົວຄິດປະດິດສ້າງ ເປັນເຈົ້າການໃນການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ, ສາມາດປະກອບສ່ວນເຂົ້າໃນໜ້າທີ່ການເມືອງຂອງພັກ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ການແຂ່ງຂັນປະກວດອາຫານໃນຄັ້ງນີ້ ມີທັງໝົດ 7 ພາກສ່ວນສົ່ງເຂົ້າປະກວດ ຄື: ເຂົ້າຫຼາມປີ້ງໄກ່ ຈາກສະຫະພັນແມ່ຍິງເມືອງປາກຊັນ, ເຂົ້າຕົ້ມໝູບ້ານທວາຍ ເມືອງທ່າພະບາດ, ອົ່ວໜໍ່ໄມ້ສອງລົດຊາດ ເມືອງບໍລິຄັນ, ເອາະຫຼາມເມືອງປາກກະດິງ, ເມນູກັບສາວໃນວັງ ເມືອງຄຳເກີດ ແມ່ນຜະລິດຕະພັນອາຫານພື້ນເມືອງ ປະກອບມີ: ໜໍ່ຄໍ້, ໜໍ່ສານ, ໜໍ່ແຍ້, ປາແຫ້ງ, ກະດູກໝູແຫ້ງ, ໃບໝາກແຄ່ນ, ໃບປີດິນ ແລະ ຜັກນາງເລີດ, ເມນູອາຫານແກງປີ 45 ອົງສາ ເມືອງວຽງທອງ ເຊີ່ງປະກອບມີ: ໝາກປີ ປາແຫ້ງ ໜໍ່ສານ ຜັກນາງເລີດ ແລະ ແກງໜໍ່ໄມ້ລວງ ຈາກກຸ່ມນັກທຸລະກິດໜຸ່ມຍິງ.

ຈາກການແຂ່ງຂັນ ອາຫານທີ່ແຊບ, ຖືກໃຈ ແລະ ໄດ້ຕາມມາດຖານເງື່ອນຂອງຄະນະກຳມະການວາງອອກແລ້ວ ອັນດັບທີ 1 ໄດ້ແກ່ ແກງປີ 45 ອົງສາ ຈາກສະຫະພັນແມ່ຍິງເມືອງວຽງທອງ ໄດ້ຮັບຂັນໜຶ່ງໜ່ວຍ ພ້ອມເງິນສົດ 1 ລ້ານກີບ ເປັນກຽດມອບໂດຍທ່ານ ໄຊຍະເພັດ ຈັນທິສອນ ສະມາຊິກສະພາປະຊາຊົນເຂດເລືອກຕັ້ງເມືອງປາກຊັນ, ອຳນວຍການບໍລິສັດ SES ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ, ອັນດັບ 2 ໄດ້ແກ່ ເຂົ້າຫຼາມປີ້ງໄກ່ ຈາກສະຫະພັນແມ່ຍິງເມືອງປາກຊັນ ໄດ້ຮັບຂັນໜຶ່ງໜ່ວຍພ້ອມເງິນສົດ 8 ແສນກີບ ມອບໂດຍທ່ານ ຄອນສະຫວັນ ສອນຄຳໄຊ ອຳນວຍການບໍລິສັດ BM ການຄ້າ ຂາອອກ – ຂາເຂົ້າ, ອັນດັບທີ 3 ໄດ້ແກ່ ກັບສາວໃນວັງ ຈາກສະຫະພັນແມ່ຍິງເມືອງຄຳເກີດ ໄດ້ຮັບຂັນໜຶ່ງໜ່ວຍພ້ອມເງິນສົດ 6 ແສນກີບ ແລະ ລາງວັນຊົມເຊີຍ ລາງວັນລະ 5 ແສນກີບ ມອບໂດຍ ທ່ານ ໄພວັນ ສີພັນດອນ ອຳນວຍການບໍລິສັດວັນຊະນະການຄ້າຂາອອກ – ຂາເຂົ້າ.

ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ພາກສ່ວນຕ່າງໆ ທີ່ໄດ້ປະກອບສ່ວນເຂົ້າໃນການປະກວດອາໃນຄັ້ງນີ້ ໃຫ້ກຽດມອບໂດຍທ່ານນາງ ຄຳປິວ ສີສົມບັດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ.

About admins16