ບັນຫາການຮຽນ-ການສອນ ໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ຍັງພົບຄວາມຫຍຸ້ງຍາກ

ໃນວັນທີ 1 ຕຸລາ 2021 ຢູ່ທີ່ຫ້ອງປະຊຸມສູນ ICT ຂອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມທາງໄກ ແບບອອນລາຍໂດຍຜ່ານເຄື່ອງ ເອເລັກໂຕນິກ ພາຍໄຕ້ການເປັນປະທານຂອງທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 7 ຕົວເມືອງ, ຫົວໜ້າຂະແໜງ, ຫົວໜ້າສູນ, ຜູ້ອໍານວຍການໂຮງຮຽນທີ່ຂື້ນກັບ, ຫ້ອງການສຶກສາສົງ, ໂຮງຮຽນອະນຸບານ+ປະຖົມ+ມັດທະຍົມແຕ່ງທອງ ແລະ ພ້ອມດ້ວຍວິທະຍາໄລພາກເອກະຊົນເຂົ້າຮ່ວມ 31 ທ່ານ.

ເພື່ອປະຕິບັດຕາມມາດຕະການຂອງສະເພາະກິດຂັ້ນແຂວງວາງອອກ ກອງປະຊຸມທາງໄກແບບອອນລາຍ ລະຫ່ວາງພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາ ແລະ ກິລາເມືອງ ໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ຫ້ອງປະຊຸມ ແຕ່ລະຫ້ອງບັນຈຸ 15 – 16 ທ່ານຕໍ່ຫ້ອງ, ໂດຍໄດ້ໃຊ້ມາດຕະການຄວບຄູມການແພ່ລະບາດຢ່າງເຄັ່ງຄັດ  ແລະ ພະນັກງານທຸກທ່ານທີ່ເຂົ້າຮ່ວມກອງປະຊຸມ ແມ່ນໄດ້ຮັບຢາວັກຊິນຄົບຕາມຈໍານວນກ່ອນເຂົ້າຮ່ວມກອງປະຊຸມ,

ກອງປະຊຸມ ໄດ້ຮັບຟັງການລາຍງານ ຂອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງ 7 ຕົວເມືອງ ໃນການປະຕິບັດເນື້ອໃນແຈ້ງການ ຂອງພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 1748/ສກຂ ລົງວັນທີ 17 ກັນຍາ 2021, ເລກທີ 1757/ສກຂ ລົງວັນທີ 20 ກັນຍາ 2021 , ເລກທີ 1818/ສກຂ ລົງວັນທີ 24 ກັນຍາ 2021 ແລະ ແຈ້ງການຄະນະສະເພາະກິດຂັ້ນເມືອງ ກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19, ລາຍງານການຮຽນ-ການສອນແບບອອນລາຍ, ການມາປະຈໍາການຂອງພະນັກງານ ແລະ ຄູ – ອາຈານໃນຊ່ວງການໂຈະການຮຽນ-ການສອນຊົ່ວຄາວໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19, ລາຍງານຈໍານວນພະນັກງານສຶກສາທີ່ໄດ້ຮັບຢາວັກຊິນ ແລະ ສາເຫດຂອງພະນັກງານ, ຄູ – ອາຈານ ທີ່ບໍ່ໄດ້ຮັບຢາວັກຊິນ, ລາຍການປະກອບສ່ວນຂອງອໍານາດການປົກຄອງ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ຜູ້ປົກຄອງຂອງນັກຮຽນ ທີ່ປະກອບສ່ວນອຸປະກອນໃນການຕ້ານພະຍາດໂຄວິດ-19.

ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງ 7 ຕົວເມືອງ ໄດ້ລາຍງານໃຫ້ຮູ້ວ່າ ພະນັກງານສຶກສາ ແລະ ຄູ – ອາຈານພາຍໃນເມືອງຂອງຕົນ ມາຮອດປະຈຸບັນນີ້ ເມືອງປາກຊັນໄດ້ຮັບຢາວັກຊິນແລ້ວ 693 ຄົນ, ຍັງບໍ່ທັນຮັບຢາວັກຊິນ 9 ຄົນ; ເມືອງບໍລິຄັນຮັບ 530 ຄົນ, ຍັງ 61 ຄົນ; ເມືອງທ່າພະບາດຮັບ 324 ຄົນ, ຍັງ 19 ຄົນ; ເມືອງປາກກະດິງຮັບ 452 ຄົນ, ຍັງ 24 ຄົນ; ເມືອງຄໍາເກີດຮັບ 640 ຄົນ, ຍັງ 70 ຄົນ; ເມືອງວຽງທອງຮັບ 374 ຄົນ, ຍັງ 72 ຄົນ ແລະ ເມືອງໄຊຈໍາພອນຮັບຢາວັກຊິນແລ້ວ 149 ຄົນ, ຍັງ 25 ຄົນ.

ເຫດຜົນທີ່ຍັງບໍ່ທັນສັກຢາວັກຊິນແມ່ນຖືພາ, ເກີດລູກນ້ອຍ ແລະ ມີພະຍາດປະຈໍາໂຕຂອງຜູ້ກ່ຽວ, ລວມທົ່ວແຂວງພະນັກງານຂອງຂະແໜງການສຶກສາ ທີ່ໄດ້ຮັບຢາວັກຊິນ ມີ 3,162 ຄົນ, ຍັງບໍ່ທັນຮັບຢາວັກຊິນ 280 ຄົນ ເທົ່າກັບ 8, 85 % ຂອງຈໍານວນທີ່ຍັງບໍ່ທັນຮັບຢາວັກຊິນ ຖືວ່າຍັງມີຈໍານວນໜ້ອຍຖ້າທຽບໃສ່ກັບຜູ້ທີ່ໄດ້ຮັບຢາວັກຊິນແລ້ວ.

ສໍາລັບການມາປະຈໍາການຂອງພະນັກງານ ແລະ ຄູ – ອາຈານ ແມ່ນໄດ້ສ້າງຂໍ້ຕົກລົງຂອງຫົວໜ້າຫ້ອງການໃນການພັດປ່ຽນກັນມາປະຈໍາການ ເພື່ອລຸດຜ່ອນການແອອັດຂອງພະນັກງານ.

ດ້ານການຈັດຕັ້ງການຮຽນ-ການສອນແບບອອນລາຍ ແມ່ນຍັງມີຫຼາຍເມືອງທີ່ບໍ່ສາມາດປະຕິບັດໄດ້ ເນື່ອງຈາກວ່າຍັງຂາດຫຼາຍປັດໃຈທາງດ້ານສື່ອີເລັກໂຕນິກ, ຂາດສັນຍານມືຖືໃນບາງທ້ອງຖິ່ນ ເປັນຕົ້ນແມ່ນເຂດເມືອງພູດອຍ, ແຕ່ທີ່ພົ້ນເດັ່ນໃນບັນດາ 7 ຕົວເມືອງ ແມ່ນເມືອງປາກກະດິງ ທີ່ສາມາດຈັດການຮຽນ-ການສອນແບບອອນລາຍໄດ້ ມີໂຮງຮຽນ ມ.ສ ປາກກະດິງ, ມ.ສ ວຽງຄໍາ ແລະ ໂຮງຮຽນພາກເອກະຊົນຂອງອະນຸບານ+ປະຖົມຈໍາປາທອງ, ໄດ້ຮັບຟັງການແນະນໍາຂອງຫົວໜ້າຂະແໜງສາຍສາມັນສຶກສາໃນການຈັດຕັ້ງການຮຽນ-ການສອນໃນຊ່ວງການລະບາດຂອງພະຍາດ, ພ້ອມນັ້ນ ກອງປະຊຸມຍັງໄດ້ຮັບຟັງການລາຍງານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດການຮຽນ-ການສອນວິທະຍາໄລພາກເອກະຊົນ.

About admins14