ບໍລິຄຳໄຊ ຍັງມີຜູ້ຕິດເຊື້ອຢ່າງຕໍ່ເນື່ອງ

ລາຍງານຜົນການວິເຄາະຫາເຊື້ອ ໂຄວິດ 19 ໃນວັນທີ 1 ຕຸລາ ວານນີ້ ແຂວງບໍລິຄຳໄຊ ມີຜູ້ຕິດເຊື້ອໃໝ່ 2 ກໍລະນີ ຄື:  ເພດຍິງ 46 ປີ ອາຊີບ ຄ້າຂາຍ ສັນຊາດ ລາວ ບ້ານຊະນະໄຊ ເມືອງປາກຊັນ C1  ສຳພັດກໍລະນີ 21523, ຈຳກັດໃນສູນໜອງສາມຂາ. ເພດຊາຍ 37 ປີ ອາຊີບ ກຳມະກອນ ສັນຊາດ ລາວ ບ້ານ ທົ່ງນ້ອຍ ເມືອງປາກຊັນ, ເກັບຕົວຢ່າງຄັ້ງທີ່ 2 ສຳພັດກັບກໍລະນີ 19970 ,ຈຳກັດຢູ່ເຮືອນ.

ປະຫວັດສຳພັດ ​ ໃນ​ການ​ຕິດ​ເຊື້ອ​ພະຍາດ​ໂຄວິດ-19 ​ ຂອງວັນທີ 01 ຕຸລາ 2021:

  • ກໍລະນີຕິດເຊື້ອ 134 ເພດຍີງ 21 ປີ ອາຊີບກຳມະກອນຢູ່ໃນເຂື່ອນ ເຮັດວຽກຢູ່ແກນເຂື່ອນ.
  • ກໍລະນີຕິດເຊື້ອ 135 ເພດຍີງ 59 ປີ ອາຊີບຊາວນາ ບ້ານ ຊ້ອນພັນໄຊ ເມືອງປາກກະດີງ ແຂວງບໍລິຄໍາໄຊ.
  • ກໍລະນີຕິດເຊື້ອ 136 ເພດຍີງ 18 ປີ ອາຊີບກຳມະກອນຢູ່ໃນເຂື່ອນ ເຮັດວຽກຢູ່ແກນເຂື່ອນ.

 ບ້ານ​ທີ່​ມີ​ການ​ຕິດ​ເຊື້ອ ສະເພາະກິດເມືອງ ໄດ້​ກໍານົດເປັນບ້ານແດງຄື: 

  1. ບ້ານ​ດົງ​ ​ແລະ ບ້າ​ນຊົມ​ຊືນ ເມືອງ​ບໍລິ​ຄັນ, ແຕ່​ວັນ​ທີ 31 ສິງຫາ 2021 ຈົນ​ຄົບ​ກຳນົດ 28ວັນ.(ວັນທີ 31 ສິງຫາ ຫາວັນທີ 27 ກັນຍາ 2021 ຖ້າບໍ່ມີການຕິດເຊື້ອເພີ່ມ ສາມາດເປັນບ້ານຂຽວໄດ້).
  2. ​ເມືອງ​ປາກ​ກະດິງ ປິດໝົດເມືອງ ເລີ່ມວັນທີ 20/9/2021 ຈົນ​ຄົບກໍານົດ 28 ວັນ ຈົນ​ຮອດ​ວັນທີ 18/10/2021. ສ່ວນ​ລາຍ​ລະອຽດ​ຕ່າງໆ ​ແມ່ນ​ໃຫ້​ເບິ່ງ​ເອກະສາ​ນບົດ​ລາຍ​ງານ​ໃນ​ແຕ່ລະ​ເມືອງ.
  1. ບ້ານທົ່ງນ້ອຍ, ບ້ານ​ສີວິ​ໄລ ເມືອງປາກຊັນ ເລີ່ມວັນທີ 22/9/2021 ຈົນ​ຄົບກໍານົດ 28 ວັນ ຈົນ​ຮອດ​ວັນທີ 19/10/2021.
  1. ບ້ານ ສີ​ມຸງຄຸນ ​ເມືອງ​ປາກ​ຊັນ ເລີ່ມວັນທີ 30/9/2021 ຈົນ​ຄົບກໍານົດ 28ວັນ ຈົນ​ຮອດ​ວັນທີ 20/10/2021.
  2. ບ້ານຊົມຊືນ ເມືອງບໍລິຄັນ ເລີ່ມວັນທີ 23/9/2021 ຈົນ​ຄົບກໍານົດ 28 ວັນ ຈົນ​ຮອດ​ວັນທີ 06/10/2021.
  3. ບ້ານໄຊສະຫວ່າງ ເມືອງທ່າພະບາດ.

About admin11