ບັນຍາກາດການຊື້ – ຂາຍ ເຄື່ອງອຸປະໂພກ – ບໍລິໂພກ ຢູ່ຕະຫຼາດ ວີ ເອັນ ແອວ ປາກຊັນ ມີຄວາມຄຶກຄື້ນ

ຕະຫຼາດ ວີ ເອັນ ແອວ ( VNL ) ປາກຊັນ ຕັ້ງຢູ່ໃຈກາງເທດສະບານເມືອງປາກຊັນ ແຂວງບໍລິຄຳໄຊ ເປັນຈຸດທີ່ໃຫ້ການບໍລິການຈຳໜ່າຍເຄື່ອງອຸປະໂພກ – ບໍລິໂພກ, ຜະລິດຕະພັນກະສິກຳ, ອຸດສະຫະກຳ, ເຄື່ອງຈັກສານ, ຜະລິດຕະພັນສືມືຂອງຄົນທ້ອງຖິ່ນ, ຊື້ – ຂາຍວັດຖຸມີຄ່າ, ອາຫານຫຼາກຫຼາຍປະເພດ ບໍ່ວ່າຈະເປັນພືດ, ຜັກ, ຊີ້ນ, ປາ, ອາຫານທະເລສົດ ແລະ ອື່ນໆ.

ນອກນັ້ນ ຕະຫຼາດປາກຊັນ ຍັງເປັນຈຸດບໍລິການ ຄິວລົດໂດຍສານເຂົ້າ – ອອກລະຫວ່າງແຂວງ – ນະຄອນຫຼວງ, ເຂົ້າ – ອອກຫວ່າງແຂວງ ຫາບັນດາເມືອງພາຍໃນແຂວງ, ຕະຫຼາດແຫ່ງດັ່ງກ່າວນີ້ ກວ້າງຂວາງ ສະອາດງາມຕາ ໂດຍແມ່ນ ບໍລິສັດ ວີ ເອັນ ແອວ ຈຳກັດຜູ້ດຽວ ເປັນຜູ້ພັດທະນາ, ໂດຍໄດ້ຈັດໂຊນຂາຍເຄື່ອງປະເພດຕ່າງໆຢ່າງລະອຽດ ເພື່ອສ້າງສິ່ງເອື້ອຍອໍານວຍໃຫ້ຜູ້ບລິການ ແລະ ລູກຄ້າຜູ້ທີ່ມາໃຊ້ບໍລິການ ເປັນຕົ້ນແມ່ນໂຊນຂາຍອາຫານສົດ, ຂາຍຊີ້ນ, ຂາຍປະເພດເສື້ອຜ້າ, ຂາຍເຄື້ອງສຳອາງ, ຂາຍເຄື່ອງໃຊ້ ແລະ ຊື້ – ຂາຍວັດຖຸມີຄ່າ.

ສຳລັບອານຄານ 2 ຊັ້ນ ຮ້ານຂາຍຄຳ ແລະ ເສື້ອຜ້າຄາດວ່າທ້າຍປີ 2022 ຈະໃຫ້ສຳເລັດ, ບັນຍາກາດ ການຊື້ຂາຍ ໃນປະຈຸບັນເຫັນວ່າມີຄວາມຄຶກຄື້ນຫຼາຍ ໂດຍສະເພາະແມ່ນໄລຍະເທດສະການ ບຸນເຂົ້າພັນສາ ມີມວນຊົນຈຳນວນຫຼວງຫຼາຍ ໄດ້ຫຼັ່ງໄຫຼກັນເຂົ້າມາຊື້ເຄື່ອງໃຊ້.

ເຈົ້າຂອງຮ້ານ ກະດິງທອງ ຂາຍເຄື່ອງກອງບຸນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຈຸດຂາຍເຄື່ອງຂອງຕົນເອງແມ່ນມີຄວາມສະດວກສະບາຍຫຼາຍກວ່າຮ້ານເກົ່າເພາະວ່າອາຄານຂາຍຫຼັງໃໝ່ມີຄວາມສະອາດ, ຕັ້ງຢູ່ຈຸດສູງ ສຳລັບການຂາຍເຄື່ອງໃນໄລຍະນີ້ ແມ່ນໄດ້ຂາຍດີເປັນພິເສດ ເພາະວ່າຢູ່ໃນເທດສະການບຸນເຂົ້າພັນສາ, ຜູ້ປະກອບການດ້ານທຸລະກິດຄ້າ-ຂາຍຊີ້ນໝູ ແລະ ຂາຍເຄື່ອງທົ່ວໄປ ຍັງໄດ້ໃຫ້ສຳພາດອີກວ່າ ຫຼັງຈາກຕະຫຼາດໄດ້ຮັບການປັບປຸງອາຄານໃໝ່ ເຮັດໃຫ້ມີຄົນມາຂາຍເຄື່ອງຫຼາຍຂື້ນ ແລະ ຜູ້ມາໃຊ້ບໍລິການກໍ່ຫຼາຍຂື້ນເຊັ່ນດຽວກັນ ຍ້ອນວ່າສະຖານທີ່ມີຄວາມກວ້າງຂວາງ, ສະອາດງາມຕາ.

ທັງນີ້ ກໍ່ເພື່ອຕອບສະໜອງ ໃຫ້ແກ່ການຊື້ຂາຍສິນຄ້າ, ການຄົມມະນາຄົມຂົນສົ່ງ ເພາະວ່າ ຈຸດທີ່ຕັ້ງດັ່ງກ່າວ ຕັ້ງຢູ່ໃຈກາງເມືອງ ເປັນຈຸດເຊື່ອມໂຍງຂອງປະຕູເຂົ້າອອກ ລະຫວ່າງນະຄອນຫລວງວຽງຈັນ ຫາພາກໃຕ້ ແລະ ອອກສູ່ແຂວງຊຽງຂວາງ ເຊິ່ງຈະສ້າງສິ່ງອຳນວຍຄວາມສະດວກ ໃຫ້ແກ່ການຈະລາຈອນສິນຄ້າ ໄດ້ເປັນຢ່າງດີ.

About admins16