ບ້ານໄຊສະຫວ່າງ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກບ້ານ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກບ້ານໄຊສະຫວ່າງ ເມືອງທ່າພະບາດ ໄດ້ໄຂຂຶ້ນ ແລະ ສໍາເລັດລົງໃນວັນທີ 7 ກໍລະກົດ 2022 ຢູ່ຫ້ອງການບ້ານຂອງຕົນ, ເປັນປະທານໂດຍ ສະຫາຍ ພູວົງ ພີມມະສອນ ຮອງເລຂາພັກເມືອງ ແລະ ສະຫາຍ ບຸນຫວາງ ເຂັມທິບ ເລຂາໜ່ວຍພັກບ້ານ ໄຊສະຫວ່າງ, ມີບັນດາສະມາຊິກພັກພາຍໃນໜ່ວຍ ແລະ ແຂກຖືກເຊີນ, ເຖົ້າແກ່ແນວໂຮມ ຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ບຸນຫວາງ ເຂັມທິບ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ວ່າ: ໃນໄລຍະ 5 ປີ ຜ່ານມາ, ການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກບ້ານ ໄດ້ເຮັດຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານຢ່າງຮອບດ້ານ ເປັນຕົ້ນແມ່ນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ວຽກງານການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆ, ທີ່ພົ້ນເດັ່ນສະແດງອອກ: ບ້ານມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ຮັບການຢັ້ງຢືນເປັນບ້ານພົ້ນທຸກ ແລະ ຜ່ານການຕີລາຄາຄຸນນະພາບ ແລະ ຈັດແບ່ງປະເພດໃນແຕ່ລະປີ ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ກອງປະຊຸມ ຍັງໄດ້ປ້ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ບົນພື້ນຖານມາດຖານ, ເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງຈໍານວນ 5 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ແລະ ເອກະພາບ ເລືອກເອົາ: ສະຫາຍ ບຸນຫວາງ ເຂັມທິດ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ພັດ ໝື່ນອາດ ເປັນຮອງເລຂາ ແລະ ສະຫາຍ ທອງໄມ ເພັດສີສົມພູ ເປັນຜູ້ກວດກາໜ່ວຍພັກ.

About admins14