ນ້ຳໃຈ ຊົມຣົມຊາວພຸດ ວອນບູລ ກຽວ ກັງນາມ ມອບເຄື່ອງບັນເທົາຄວາມໜາວ

ເພື່ອເປັນການຊ່ວຍເຫຼືອບັນເທົາທຸກ ແລະ ທັງເປັນການບັນເທົາຄວາມໜາວຂອງປະຊາຊົນ ທີ່ຢູ່ເຂດຫ່າງໄກສອກຫຼີກ ໃນຕອນເຊົ້າຂອງວັນທີ 28 ທັນວາ 2020 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ນ້ຳໃຈ ຊົມຣົມຊາວພຸດ ວອນບູລ ກຽວ ກັງນາມ ແຫ່ງ ສ.ເກົາຫຼີ ໄດ້ນຳເອົາຜ້າຫົ່ມ ແລະ ເສື້ອກັນໜາວ ມູນຄ່າ 21.660 ໂດລາສະຫະລັດ ມາມອບໃຫ້ກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນທີ່ຍັງຂາດເຂີນ ເປັນກຽດຮັບໂດຍ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈ ໂດຍຊ້ອງໜ້າຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມນີ້ ທ່ານຮອງເຈົ້າແຂວງ ຍັງໄດ້ມອບໃບກຽດຕິຄຸນໃຫ້ ພາກສ່ວນດັ່ງກ່າວ ທີ່ໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫຼືອໃນຄັ້ງນີ້.

About admins16