ປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ຊສ ແຂວງ ແລະ ຮັກສາການຂະແໜງທີ່ດິນ

ພິທີປະກາດການຈັດຕັ້ງຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ທັນວາ 2020 ຢູ່ຫ້ອງຫ້ອງປະຊຸມຂອງຕົນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 794/ຂບຊ ລົງວັນທີ 18 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ພູມີພົນ ສຸວັນນະລາດ ເປັນຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຂໍ້ຕົກລົງຂອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເລກທີ 3299/ພຊສ ລົງວັນທີ 28 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ຄຳພະ ແສງສຸລິຈັນ ຮອງຫົວໜ້າຂະແໜງທີ່ດິນ ເປັນຜູ້ຮັກສາການແທນຫົວໜ້າຫົວໜ້າຂະແໜງທີີ່ດິນ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.

ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານປະທານ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າການປັບປຸງ, ຍົກຍ້າຍ, ແຕ່ງຕັ້ງໜ້າທີ່ຄວາມຮັບຜິດຊອບຂອງພະນັກງານລັດຖະກອນ ກໍ່ເພື່ອເຮັດໃຫ້ລະບົບກົງຈັກການຈັດຕັ້ງພັກ-ລັດ ໃນລະບົບການເມືອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ເອົາໃຈໃສ່ຫຼາຍບັນຫາ ເປັນຕົ້ນ ຕ້ອງກຳແໜ້ນສິດ, ໜ້າທີ່ ພາລະບົດບາດຂອງຕົນ, ມີແບບແຜນເຂັ້ມງວດໃນການເຮັດວຽກ ນຳພາເປັນໝູ່ຄະນະ, ມີການປະສານສົມທົບກັບການນຳພາຂອງພັກ, ມີທັດສະມະຫາຊົນຖືກຕ້ອງ ຮູ້ຮັບຟັງ ແລະ ເລືອກເຟັ້ນຄຳຄິດ-ຄຳເຫັນ ໃຫ້ຖືກຕ້ອງກັບຄວາມເປັນຈິງ, ສືບຕໍ່ຮັກສາໄດ້ຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ ເຊີດຊູຄວາມເປັນແບບຢ່າງໃນການຊີ້ນໍາ-ນໍາພາ ແລະ ປະຕິບັດໜ້າທີ່ວຽກງານໃນຂະແໜງການຕ່າໆ ຢ່າງມີປະສິດທິພາບ.

About admins16