ທ່າພະບາດ ເປີດຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

              ການຝຶກອົບຮົມການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຂອງ ເມືອງ ທ່າພະບາດ ຊຸດທີ 1 ໄດ້ຈັດຂຶ້ນວັນທີ 29-30 ພະຈິກ ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ທ່າພະບາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສະຫວັນເພັດ ຈັນທະວົງສາ ຄະນະປະຈໍາພັກເມືອງ ປະທານກວດກາພັກ ຫົວໜ້າຄະນະຮັບຜິດຊອບຝຶກອົບຮົມໃນຄັ້ງນີ້ ມີຫ້ອງການຍຸຕິທໍາເມືອງເປັນຄະນະ ແລະ ມີຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ພາຍໃນເມືອງເຂົ້າຮ່ວມຝຶກອົບຮົມ. ຈຸດປະສົງກໍ່ເພື່ອ ສຶກສາອົບຮົມສ້າງຄວາມເຂັ້ມແຂງໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງພາຍໃນເມືອງໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານວິຊາການເຂົ້າໃນການເຄື່ອນໄຫວປະຕິບັດພາລະໜ້າທີ່ຂອງຕົນ ຮັບປະກັນການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໃຫ້ມີປະສິດທິພາບ.

ຊຸດອົບຮົມຄັ້ງນີ້ໄດ້ຜ່ານຄໍາສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານຍຸຕິທໍາຮາກຖານ ສະບັບເລກທີ 46/ນຍ, ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງຍຸຕິທໍາວ່າດ້ວຍການສ້າງຄອບຄົວ ແລະ ບ້ານ ປອດຄະດີ, ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງຍຸຕິທໍາວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ປື້ມຄູ່ມືກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ.

ແລະ ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບຄວາມຄວາມໝາຍ, ຄວາມສໍາຄັນ, ພາລະບົດບາດ ແລະ ໜ້າທີ່ຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ປະເພດຂໍ້ຂັດແຍ່ງທີ່ສາມາດນໍາມາແກ້ໄຂຢູ່ຂັ້ນບ້ານ, ຫຼັກການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ການຍືນຄໍາຮ້ອງ, ການຮັບຄໍາຮ້ອງ, ການຄົ້ນຄວ້າກະກຽມ ຂັ້ນຕອນການດໍາເນີນການແກ້ໄຂ, ຂໍ້ຫ້າມຕ່າງໆໃນການແກ້ໄຂຂໍ້ຂັດແຍ່ງ ພ້ອມນັ້ນ ຍັງໄດ້ຈັດເປັນກຸ່ມເພື່ອທົດລອງການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຕື່ມອີກ.

About admin11