ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊໄດ້ຮັບເຄື່ອງຊ່ວຍເຫຼືອປ້ອງກັນໂຄວິດ-19.

 

            ຕອນເຊົ້າວັນທີ 07 ທັນວາ 2021 ນີ້ ທ່ານ ຄໍາພັນ ຫຼວງອາມາດ ຄະນະບໍລິຫານງານສະພາທະນາຍຄວາມ ຊຸດທີ VIII ຫົວໜ້າຫ້ອງການສະພາທະນາຍຄວາມປະຈໍາ ແຂວງ ຄໍາມ່ວນ, ທັງເປັນຜູ້ອໍານວຍການບໍລິສັດ ຫຼວງອາມາດ ຈໍາກັດ ຜູ້ດຽວ, ໄດ້ນໍາເອົາອຸປະກອນປ້ອງກັນພະຍາດໂຄວິດ-19, ເປັນປະເພດຜ້າປິດປາກ ຈໍານວນ 01 ແກັດ, ມູນຄ່າ 1,000,000 ກີບ ແລະ ເງິນສົດ ຈໍານວນ 3,000,000 ກີບ, ລວມມູນຄ່າ 4,000,000 ກີບ, ມາມອບໃຫ້ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ເປັນກຽດກ່າວມອບໂດຍ ທ່ານ ຄໍາພັນ ຫຼວງອາມາດ ແລະ ເປັນກຽດກ່າວຮັບໂດຍທ່ານ ພັນໂທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ມີພະນັກງານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ຄໍາພັນ ຫຼວງອາມາດໄດ້ກ່າວວ່າ: ການນໍາເອົາເຄື່ອງມາມອບໃຫ້ ປກສ ແຂວງ ບໍລິຄໍາໄຊ ໃນຄັ້ງນີ້ກໍ່ເພື່ອເປັນການປະກອບສ່ວນເຂົ້າໃນການປ້ອງກັນສະກັດກັ້ນ, ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ, ທັງເປັນການປະສານສົມທົບກັນໃນການເຄື່ອນໄຫວເຮັດວຽກງານວິຊາສະເພາະໃນການປະຕິບັດ ແລະ ປົກປ້ອງກົດໝາຍຕ່າງໆໃຫ້ມີປະສິດທິຜົນສູງ, ໃນໂອກາດດຽວກັນ ທ່ານ ພັນໂທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ກໍ່ໄດ້ກ່າວສະແດງຄວາມຂອບໃຈມາຍັງ ທ່ານ ຄໍາພັນ ຫຼວງອາມາດ ທີ່ໄດ້ໃຫ້ການອຸປະຖໍາຊ່ວຍເຫຼືອໃນຄັ້ງນີ້.

About admin11