ທ່າພະບາດ ເປີດກອງປະຊຸມປະຊາສຳພັນວຽກງານຂຶ້ນທະບຽນອອກໃບຕາດິນແບບເປັນລະບົບ

ໃນລະຫວ່າງວັນທີ 31 ມີນາ – 6 ເມສາ 2021 ນີ້ ຢູ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ດຳເນີນກອງປະຊຸມປະຊາສຳພັນວຽກງານຂຶ້ນທະບຽນອອກໃບຕາດິນແບບເປັນລະບົບ ຢູ່ 5 ບ້ານເປົ້າໝາຍ: ບ້ານ ປ່າໄລ່, ບ້ານຜາໂປງ, ບ້ານ ສາມັກຄີໄຊ ບ້ານ ທ່າບົກ ແລະ ບ້ານ ທວາຍໃຫຍ່ ພາຍໃຕ້ການເປັນປະທານ ແລະ ຊີ້ນຳ ຂອງ ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງ ທ່າພະບາດ ແລະ ທ່ານ ພູມີພົນ ສຸວັນນະລາດ ຮອງຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

ຈຸດປະສົງ ກໍ່ເພື່ອປະຊາສຳພັນເຜີຍແຜ່ຂໍ້ມູນຂ່າວສານໃຫ້ກັບພໍ່ແມ່ປະຊາຊົນໄດ້ຮັບຮູ້ – ເຂົ້າໃຈ ກ່ຽວກັບວຽກງານດັ່ງກ່າວນີ້ຢ່າງຖືກຕ້ອງ ປະກອບສ່ວນເປັນເຈົ້າການກະກຽມຄວາມພ້ອມໃຫ້ແກ່ພະນັກງານທີ່ຈະໄດ້ລົງຈັດຕັ້ງປະຕິບັດເຄື່ອນໄຫວເກັບກໍາຂໍ້ມູນ ແລະ ຂຶ້ນທະບຽນອອກໃບຕາດິນແບບເປັນລະບົບ ໃຫ້ໄດ້ຮັບຜົນສໍາເລັດບັນລຸຜົນຕາມແຜນງານຕາມຂັ້ນເທິງໄດ້ວາງໄວ້

ໃນທີ່ປະຊຸມ ໄດ້ຜ່ານບັນດາເອກະສານທີ່ສຳຄັນກ່ຽວກັບການອອກໃບຕາດິນ ໂດຍສະເພາະແມ່ນ  ເລື່ອງການເກັບຄ່າທໍານຽມ ແລະ ຄ່າບໍລິການ ການຂຶ້ນທະບຽນອອກໃບຕາດິນ, ກົດໝາຍວ່າດ້ວຍທີ່ດິນ, ຂໍ້ຕົກລົງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ສະບັບເລກທີ 0875 / ພຊສ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາພ້ອມດ້ວຍຄະນະວິຊາການເພື່ອປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ ປີ 2021 ຢູ່ເມືອງ ທ່າພະບາດ ແລະ ເອກະສານອຶ່ນໆທີ່ກ່ຽວພັນ.

ໂສພາ
020 96885467

About admin11