ທ່າພະບາດ ມອບລາງວັນກິລານັກຮຽນມັດທະຍົມສຶກສາ ແລະ ນັກຮຽນເກັ່ງຂັ້ນແຂວງ

ພິທີມອບ ລາງວັນກິລານັກຮຽນມັດທະຍົມສຶກສາ ແລະ ນັກຮຽນເກັ່ງຂັ້ນແຂວງ ທົ່ວເມືອງທ່າພະບາດ ສົກປີ 2020-2021 ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດ 2021 ຢູ່ຫ້ອງປະຊຸມປົກຄອງເມືອງທ່າພະບາດ ໃຫ້ກຽດເຂົ້າຮ່ວມພິທີມອບໂດຍ ທ່ານ ຄໍາປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ ມີຫົວໜ້າຫ້ອງການ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ຄູ-ອາຈານ ພ້ອມດ້ວຍ ຄູຝຶກ ແລະ ນ້ອງນັກຮຽນກິລາ ເຂົ້າຮ່ວມ.

ທ່ານ ວິສະນຸ ພຽງພະຈັນ ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານວ່າ: ການແຂ່ງຂັນກິລາ ບານເຕະ ແລະ ກະຕໍ້ ຍິງ-ຊາຍ  ໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 28 ທີມ ກິລາບານເຕະຍິງຊັ້ນ ມ.ປາຍ 3 ທີມ, ກິລາກະຕໍ້ຍິງ ມ ຕົ້ນ, ມ ປາຍ 11 ທີມ, ມີຈໍານວນພົນເຂົ້າຮ່ວມທັງໝົດ 2.519 ຄົນ, ຍິງ 1.164 ຄົນ.ໃນນັ້ນການແຂ່ງຂັນແມ່ນຈັດແບ່ງຄົບກັນໝົດໃນສາຍ ໃຊ້ເວລາໃນການແຂ່ງຂັນທັງໝົດ 15 ວັນ ໂດຍເລີ່ມການແຂ່ງຂັນນັບແຕ່ວັນທີ 11 ກຸມພາ – 31 ມີນາ 2021 ຜ່ານການແຂ່ງຂັນ ກິລາບານເຕະຊາຍ ຊັ້ນ ມຕ ອັນດັບທີ 1 ມສ ປາກທວາຍ ໄດ້ຮັບເງິນລາງວັນ 500.000 ກີບ ພ້ອມຂັນເງິນ 1 ໜ່ວຍ ແລະ ບານ 1 ໜ່ວຍ, ອັນດັບທີ 2 ມສ ທ່າພະບາດ ໄດ້ຮັບເງິນ 400.000 ກີບ ແລະ ອັນດັບທີ 3 ມຕ ຫ້ວຍເລິກ ໄດ້ຮັບເງິນ 300.000 ກີບ. ກິລາກະຕໍ້ຊາຍ ຊັ້ນ ມຕ ອັນດັບທີ 1 ມຕ ບ້ານທວາຍ ໄດ້ຮັບເງີນ 400.000 ກີບ ພ້ອມຂັນເງິນ 1 ໜ່ວຍ ແລະ ກະຕໍ້ 1 ໜ່ວຍ, ອັນດັບທີ 2 ມຕ ພະບາດ ໄດ້ຮັບເງິນ 300.000 ກີບ ແລະ ອັບດັບທີ 3 ມຕ ນາຄໍາໄດ້ຮັບເງິນ 200.000 ກີບ.

ກິລາກະຕໍ້ຍິງ ຊັ້ນ ມຕ ອັນດັບທີ 1 ມຕ ຫ້ວຍເລິກ ໄດ້ຮັບເງິນ 400.000ກີບ ພ້ອມຂັນເງິນ 1 ໜ່ວຍ ແລະ ກະຕໍ້ 1 ໜ່ວຍ, ອັນດັບທີ 2 ມຕ ສີສົມໄຊ ໄດ້ຮັບເງິນ 300.000 ກີບ, ອັນດັບທີ 3 ມສ ທ່າພະບາດ ໄດ້ຮັບເງິນ 200.000 ກີບ. ກິລາບານເຕະຊາຍ ຊັ້ນ ມປ ອັນດັບທີ 1 ມສ ທ່າພະບາດ ໄດ້ຮັບເງິນ 500.000 ກີບ ພ້ອມຂັນເງິນ 1 ໜ່ວຍ ແລະ ບານ 1 ໜ່ວຍ, ອັນດັບທີ 2 ມປ ສົມສະອາດ ໄດ້ຮັບເງິນ 400.000 ກີບ, ອັນດັບທີ 3 ມສ ປາກທວາຍ ໄດ້ຮັບເງິນ 300.000 ກີບ. ກິລາບານເຕະຍິງ ຊັ້ນ ມປ ອັນດັບທີ 1 ມປ ສົມສະອາດ ໄດ້ຮັບເງິນ 500.000 ກີບ ພ້ອມຂັນ1 ໜ່ວຍ ແລະ ບານ 1 ໜ່ວຍ, ອັນດັບທີ 2 ມສ ທ່າພະບາດ 400.000 ກີບ ແລະ ອັນດັບທີ 3 ມສ ປາຍທວາຍ ໄດ້ຮັບເງິນ 300.000 ກີບ. ກິລາກະຕໍ້ຊາຍ ຊັ້ນ ມປາຍ ອັນດັບທີ 1 ມປ ສົມສະອາດ ໄດ້ຮັບເງິນ 400.000 ກີບ ພ້ອມຂັນ 1 ໜ່ວຍ ແລະ ກະຕໍ້ 1 ໜ່ວຍ, ອັນດັບທີ 2 ມສ ທ່າພະບາດ ໄດ້ຮັບ ເງິນ 300.000 ກີບ, ອັນດັບທີ 3 ມສ ປາກທວາຍ ໄດ້ຮັບເງິນ 200.000 ກີບ. ກິລາກະຕໍ້ຍິງຊັ້ນ ມປ ອັນດັບທີ 1 ມສ ທ່າພະບາດ ໄດ້ຮັບເງິນ 400.000 ກີບ ພ້ອມຂັນ1ໜ່ວຍ ແລະ ກະຕໍ້ 1 ໜ່ວຍ, ອັນດັບທີ 2 ມປ ສົມສະອາດ ໄດ້ຮັບເງິນ300.000 ກີບ, ອັນດັບທີ 3 ມສ ປາກທວາຍ ໄດ້ຮັບເງິນ 200.000ກີບ.

ໃນນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການຍ້ອງຍໍໃຫ້ນັກຮຽນດີເດັ່ນໃນການສອບເສັງນັກຮຽນເກັ່ງຊັ້ນປະຖົມປີທີ 5 ແລະ ຊັ້ນ ມສ ເຂົ້າຮ່ວມແຂ່ງຂັນຕອບຄໍາຖາມວິທະຍາສາດຂັ້ນແຂວງ ປະຈໍາສົກຮຽນ 2020-2021 ມີລາຍຊື່ດັ່ງນີ້: ນາງນໍ້າຫວານ ໄຊວິເສດ ເຂົ້າຮ່ວມສອບເສັງນັກຮຽນເກັ່ງວິຊາພາສາລາວ ຂັ້ນແຂວງ ສອບເສັງໄດ້ອັນດັບທີ 1 ໄດ້ຮັບລາງວັນ ເງິນສົດ 1.000.000 ກີບ ພ້ອມໃບຍ້ອງຍໍນັກຮຽນດີເດັ່ນ, ນາງ ເມສາ ມາໄລທອງ ສອບໄດ້ອັບດັບທີ 2 ໄດ້ຮັບລາງວັນ 800.000 ກີບ ພ້ອມໃບຍ້ອງຍໍ, ສໍາລັບຜູ້ເຂົ້າຮ່ວມຕອບຄໍາຖາມວິທະຍາສາດ ຂັ້ນແຂວງ ແມ່ນ ນາງ ສຸນິສາ ໄຊຍະວົງ ໄດ້ທີ 1 ໄດ້ຮັບລາງວັນເປັນເງິນ 1.000.000 ກີບ ພ້ອມໃບຍ້ອງຍໍ, ນາງ ກາຟີ່ ສີລາວົງ ໄດ້ຮັບເງິນ 1.000.000 ກີບ ພ້ອມໃບຍ້ອງຍໍ ແລະ ນາງ ລັດສະນີພອນ ໂຄດປັນຍາ ໄດ້ທີ 1. ໄດ້ຮັບເງິນ 1.000.000 ກີບ ພ້ອມໃບຍ້ອງຍໍ.

About admin11