ທ່ານເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ລົງຢ້ຽມຍາມພົບປະໂອ້ລົມຊີ້ນຳ ກຳລັງປ້ອງກັນຄວາມສະຫງົບ ເມືອງວຽງທອງ.

ຕອນບ່າຍ ວັນທີ 13 ມັງກອນ 2022 ນີ້, ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ-ເຈົ້າແຂວງບໍລິຄໍາໄຊ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ພ້ອມດ້ວຍຄະນະ, ໄດ້ລົງຢ້ຽມຍາມພົບປະໂອ້ລົມ ແລະ ໃຫ້ທິດຊີ້ນໍາກຳລັງປ້ອງກັນຄວາມສະຫງົບເມືອງ ວຽງທອງ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ພັນເອກ ຄໍາແພນ ວິລືທໍາ ກຳມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງ ວຽງທອງ, ມີທ່ານ ພັນເອກ ກົງຈັນ ໄຊປັນຍາ  ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ພະນັກງານ-ນັກຮົບ ປກສ ເມືອງ ວຽງທອງ ເຂົ້າຮ່ວມ.

          ທ່ານຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ  ໄດ້ຂື້ນລາຍງານສະພາບໂດຍຫຍໍ້: ທົ່ວເມືອງວຽງທອງມີທັງໝົດ 34 ບ້ານ, 6.430 ຄອບຄົວ, ມີພົນລະເມືອງ 35.428 ຄົນ, ຍິງ 18.117 ຄົນ, ຂື້ນສໍາມະໂນຄົວສໍາເລັດແລ້ວ 5.051 ຄອບຄົວ, ສະພາບປາກົດການຫຍໍ້ທໍ້ພົ້ນເດັ່ນທີ່ເກີດຂື້ນພາຍໃນເມືອງແມ່ນ ບັນຫາການຂົນສົ່ງຄ້າ-ຂາຍຢາເສບຕິດ, ການປູກພືດເສບຕິດ, ການມົ້ວສຸມຢາເສບຕິດ, ການລັກຊັບພົນລະເມືອງ, ການຄ້າຂາຍເຖື່ອນ, ການຈັບຈອງທີ່ດີນບໍ່ຖືກຕ້ອງ, ນອກນັ້ນຍັງມີການສວຍໃຊ້ສື່ສັງຄົມອອນລາຍ ເພື່ອໂຄສະນາໃສ່ຮ້າຍປ້າຍສີ ການນໍາພັກ-ລັດ. ໄລຍະ 01 ປີຜ່ານມາມີຄະດີເກີດຂື້ນທັງໝົດ 97 ເລື່ອງ, ກັກຕົວຜູ້ຖືກຫາ 51 ຄົນ, ຍິງ 04 ຄົນ, ໃນນັ້ນຄະດີຢາເສບຕິດ 22 ເລື່ອງ, ຄະດີອາຍາ 35 ເລື່ອງ, ຄະດີເສດຖະກິດ 21 ເລື່ອງ,  ຢຶດຂອງກາງປະເພດຢາບ້າໄດ້ 19.486 ເມັດ, ຄັນຊາແຫ້ງ 46 ເປົາ ນໍ້າໜັກ 982 ກິໂລກຼາມ, ລົດໃຫ່ຍ 2 ຄັນ, ລົງທໍາລາຍສວນກັນຊາດິບ ໄດ້ 6 ຄັ້ງ, ມີ 41 ສວນ, ເນື້ອທີ່ປະມານ 19,9 ເຮັກຕ່າ, ທໍາລາຍສວນຝິ່ນ 04 ສວນ. ອຸປະຕິເຫດເກີດຂື້ນ 39 ເລື່ອງ, ຄົນໄດ້ຮັບບາດເຈັບ 80 ຄົນ, ເສຍຊີວິດ 04 ຄົນ, ພາຫະນະເປ່ເພ 65 ຄັນ, ໃຊ້ການບໍ່ໄດ້ 02 ຄັນ, ຜົນເສຍຫາຍ 1.070.112.000 ກີບ, ອັກຄີໄພ 02 ເລື່ອງ, ຜົນເສຍຫາຍ 29.000.000 ກີບ. ໂອກາດດຽວກັນບັນ ທ່ານຄະນະຮັບຜິດຊອບ ກໍ່ໄດ້ຂື້ນປະກອບຄຳຄິດຄຳເຫັນຕໍ່ບົດສະຫຼູບຫຍໍ້, ພ້ອມເນັ້ນໜັກຫຼາຍບັນຫາທີ່ສໍາຄັນທີ່ທາງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ   ທົ່ວເມືອງວຽງທອງ ຕ້ອງໄດ້ພ້ອມກັນສຸ່ມໃສ່ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ກໍາລັງຂອງຕົນເປັນກໍາລັງທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ, ມິລະບຽບວິໄນ ແລະ ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

          ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງບໍລິຄໍາໄຊ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພະນັກງານ-ນັກຮົບ ທົ່ວ ປກສ ເມືອງວຽງທອງ ເຊີ່ງກ່ອນອື່ນທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ກຳລັງປ້ອງກັນຄວາມສະຫງົບທີ່ເມືອງວຽງທອງ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃດ້ເນັ້ນໜັກຫຼາຍບັນຫາທີ່ຈະຕ້ອງປັບປຸງແກ້ໄຂຕໍ່ໜ້າເຊັ່ນ: ໃຫ້ຫວນຄືນມູນເຊື້ອທາດແທ້ປະຕິວັດຂອງກໍາລັງປ້ອງກັນຄວາມສະຫງົບ, ກໍາໃຫ້ໄດ້ 03 ທາດແທ້ ແລະ 07 ມູນເຊື້ອງຂອງກໍາລັງປ້ອງກັນຄວາມສະຫງົບ,  ເອົາໃຈໃສ່ເຮັດວຽກງານກໍ່ສ້າງຮາກຖານພັດທະນາຊົນະບົດລົງໃກ້ຊິດຕິດແທດກັບພໍ່ແມ່ປະຊາຊົນ, ຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ສໍາເລັດຕາມ 04 ແຜນງານໃຫ່ຍ ແລະ 41 ໂຄງການທີ່ກະຊວງປ້ອງກັນ ປກສ ວາງອອກ, ສືບຕໍ່ຈັດຕັ້ງປະຕິບັດ 09 ຫົວຂໍ້ສໍາມະນາວິທະຍາສາດ, ແກ້ໄຂບັນຫາ 04 ເຖື່ອນ ທີ່ທາງແຂວງບໍລິຄໍາໄຊ ວາງອອກ, ສຸມໃສ່ຕ້ານ, ສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ ແລະ ເພີ່ມທະວີຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອເຮັດໃຫ້ບັນຫາຢາເສບຕິດພາຍໃນເມືອງວຽງທອງ ໝົດໄປເທື່ອລະກ້າວ, ເພີ່ມທະວີແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂະບວນການທົ່ວປວງຊົນຮອບດ້ານ, ກໍ່ສ້າງປັບປຸງຄຸນນະພາບຂອງສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດດ, ມີຄວາມຮູ້ຄວາມສາມາດ ຕອບສະໜອງໄດ້ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ອອກແຮງແຂ່ງຂັນກັນສ້າງເສດຖະກິດຄອບຄົວ ຕາມທິດກຸ້ມຕົນເອງ, ເພີ່ງຕົນເອງ ແລະ  ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງດ້ານການຈັດຕັ້ງ, ດ້ານວຽກງານວິຊາສະເພາະ ແລະ ມີລະບຽບວິໃນຢ່າງເຂັ້ມງວດ.

 

About admin11