ກອງປະຊຸມສ່ອງແສງວຽກງານແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ ແລະ ວຽກສາສະໜາ ທົ່ວແຂວງ 6 ເດືອນທ້າຍປີ 2021

    

 ໃນວັນທີ 14 ມັງກອນ 2022 ທີ່ວັດພູວຽງທອງ, ເມືອງວຽງທອງ, ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມ ສ່ອງແສງວຽກງານແນວລາວສ້າງຊາດ-ອົງການຈັດຕັ້ງມະຫາຊົນ ແລະ ສາສະໜາທົ່ວແຂວງ 6 ເດືອນທ້າຍປີ 2021 ແລະ ທິດທາງແຜນການ 6 ເດືອນ ຕົ້ນປີ 2022 ກອງປະຊຸມໄດ້ ຈັດຂື້ນທີ່ອາລາມວັດພູວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະ ຈຳພັກແຂວງ,ປະທານແນວລາວສ້າງຊາດແຂວງ, ທ່ານ ວັນຄຳ ເພັດໄຊຍະວົງ ຄະນະປະຈໍາພັກເມືອງ,ປະທານແນວລາວສ້າງຊາດເມືອງ, ພະຄູ ຄຳພອນ ອີນທາໄຊຍະວົງ ຄະນະ ອພສ ແຂວງ, ເຈົ້າອະທິການວັດພູວຽງທອງ, ມີຄະນະບໍລິຫານງານແນວລາວສ້າງຊາດແຂວງ, ເມືອງ, ອົງການຈັດຕັ້ງມະຫາຊົນ, ສາສະໜາ ແລະ ພາກສ່ວນທີ່ກ່ຽວຂ້ອງແຕ່ລະຕົວເມືອງເຂົ່າຮ່ວມ.

    ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດລາຍງານການເຄື່ອນໄຫວຂອງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ວຽກງານສາສະໜາພາຍໃນແຂວງປະຈຳ 6 ເດືອນທ້າຍປີ2021 ຜ່ານມາ ແລະ ທິດທາງແຜນການ 6 ເດືອນ ຕົ້ນປີ 2022 ເຊີ່ງໄດ້ຍົກໃຫ້ເຫັນຜົນງານດີ ເດັ່ນຫຼາຍດ້ານ ແລະ ຂໍ້ຄົງຄ້າງທີກອງປະຊຸມຈະໄດ້ພ້ອມກັນປັບປຸງ, ແກ້ໄຂໃນຕໍ່ໜ້າເຊີ່ງໄລຍະຜ່ານ ມາແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຊັ້ນແຂວງ, ອົງການຈັດຕັ້ງສາສະໜາພາຍໃນແຂວງໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດລົງຈັດຕັ້ງເຜີຍແຜ່ໂຄສະນາສຶກສາອົບຮົມໃຫ້ແກ່ສະມາຊິກພັກ, ພະນັກງານ, ປະຊາຊົນລາວບັນດາເຜົ່າ, ເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າໃຫ້ເປັນປືກແຜ່ນແໜ້ນໜາ,ຊຸກຍູ້ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງທົ່ວແຂວງເປັນປົກກະຕິເຊີ່ງສາມາດປະກາດຮັບຮອງໄດ້ 263 ບ້ານ, ເທົ່າກັບ 92,60%,ມີ 48,649 ຄອບ ຄົວ, ເທົ່າກັບ 90,43% ແລະ ປະກາດຮັບຮອງເປັນເມືອງສາມັກຄີປອງດອງໄດ້ 5 ເມືອງທົ່ວແຂວງ ເທົ່າກັບ71,42% ແລະ ທຸກວຽກງານກໍ່ໄດ້ມີຜົນງານດີເດັ່ນ ເຊັນດຽວກັນ, ພ້ອມດຽວກັນນີ້ກໍ່ໄດ້ຜ່ານທິດທາງແຜນການ 6 ເດືອນຕົ້ນປີ 2022 ເພື່ອເປັນແຜນໃນການປະຕິບັດຕໍ່ໜ້າ,ກອງປະຊຸມຜູ້ເຂົ້າຮ່ວມກໍ່ໄດ້ມີການປະກອບຄຳຄິດ, ຄຳເຫັນໃສ່ບົດລາຍງານຢ່າງມີຄວາມຮັບຜິດຊອບສູງເພື່ອເຮັດໃຫ້ມີເນື້ອໃນສົມບູນ ແລະ ສອດຄ່ອງໃນສະພາບປະຈຸບັນ.

About admin11