ທາບທາມບຸກຄະລາກອນ ຄະນະພັກຮາກຖານພະແນກ ຖວທ ແຂວງ ກະກຽມເປີດກອງປະຊຸມໃຫຍ່ ຄັ້ງທີ III

ພິທີທາບທາມລຸກຄະລາກອນກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ມັງກອນ 2022 ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເປັນປະທານໂດຍສະຫາຍ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄໍາໄຊ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານເອກະສານເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ – ອົງການ, ແຂວງ – ນະຄອນຫລວງ, ອົງຄະນະພັກເມືອງ – ນະຄອນ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ, ຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ ແລະ ບົດສໍາຫຼວດການນໍາພາລວມ ຮອບ 1 ທີ່ໄດ້ຍົກໃຫ້ເຫັນຜົນງານດ້ານດີ ແລະ ບາງຈຸດອ່ອນຂໍ້ຄົງຄ້າງ ໃນໄລຍະຜ່ານມາ, ພ້ອມນັ້ນ ຄະນະພັກ ແລະ ສະມາຊິກພັກ ໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດລາຍງານດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ.

ຫຼັງຈາກນັ້ນ ກໍ່ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງ ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ເປັນຕົ້ນແມ່ນຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດ, ມີຄວາມຮູ້ຄວາມສາມາດ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີສຸຂະພາບສົມບູນແຂງແຮງດີ, ມີຄວາມສາມາດນໍາພາ – ບັນຊາກົມກອງ, ມີຄຸນສົມບັດສິນທຳປະຕິວັດ ແລະ ອື່ນໆ.

ສະມາຊິກພັກທັງໝົດ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດທາບທາມເອົາຄະນະພັກຮາກຖານພະແນກ ຖວທ ແຂວງ ເພື່ອກະກຽມບຸກຄະລາກອນເຂົ້າໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ.

About admins16