ປີ 2021 ພະແນກ ຊສ ແຂວງ ສາມາດອອກໃບຕາດິນໄດ້ 4 ພັນກວ່າຕອນ ແລະ ຈະໃຫ້ໄດ້ 7 ພັນຕອນ ໃນປີ 2022

ກອງປະຊຸມສະຫຼຸບວຽກງານປະຈຳປີ 2021 ແລະ ວາງທິດທາງແຜນການ 2022 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 10 ມັງກອນ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຫົວໜ້າຫ້ອງການ ຊສ ເມືອງ ແລະ ພະນັກງານພາຍໃນພະແນກ ເຂົ້າຮ່ວມ.

ໃນໄລຍະ 1 ປີຜ່ານມາ: ພະແນກ ຊສ ແຂວງ ອອກໃບຕາດິນ ໄດ້ 4.684 ຕອນ ເທົ່າກັບ 117,10%, ສໍາມະໂນທີ່ດິນ ໄດ້ 4.677 ຕອນ ເທົ່າກັບ 159,79 %, ລົງກວດກາເນື້ອທີ່ສວນພືກສາສາດຄືນ ມີເນື້ອທີ່ 1,155 ຮຕ ເທົ່າກັບ 161 ຕອນ, ແກ້ໄຂດິນຕົກຄ້າງໄດ້ 09 ຕອນ, ຕໍ່ອະນຸຍາດໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ໄດ້ທັງໝົດ ຈຳນວນ 112 ໂຄງການ ( ໃນນັ້ນ ອອກໃໝ່ 07 ໂຄງການ ) ເທົ່າກັບ 93,33 %.

ສຳເລັດການຝຶກອົບຮົມທາງດ້ານວິຊາການສິ່ງແວດລ້ອມ 4 ຄັ້ງ, ລົງຕິດຕາມ, ກວດກາວຽກງານສິ່ງແວດລ້ອມໄດ້ 28 ຄັ້ງ, ສຳເລັດການສ້າງບົດລາຍງານ ສະພາບລວມສິ່ງແວດລ້ອມ ໄລຍະ 5 ປີ 2016-2020 ຂອງແຂວງບໍລິຄຳໄຊ, ສ້າງນິຕິກຳ ວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ທີ່ລະເມີດຕໍ່ກົດໝາຍ ແລະ ລະບຽບການກ່ຽວກັບສິ່ງແວດລ້ອມ ສໍາເລັດຂັ້ນພື້ນຖານ ແລະ ຈະນຳສະເໜີຜ່ານ ສະພາປະຊາຊົນແຂວງ ຮັບຮອງໃນເດືອນ ມີນາ 2022, ລົງຕິດຕາມກວດກາຄຸນນະພາບນໍ້າທັງໝົດ 11 ຄັ້ງ ໃນນັ້ນ ມີນໍ້າໜ້າດິນ 8 ຄັ້ງ, ນໍ້າໃຕ້ດິນ 1 ຄັ້ງ ແລະ ນໍ້າໃນໂຮງງານອຸດສາຫະກຳ ແລະ ສວນກະສິກຳ 2 ຄັ້ງ ໃນຈໍານວນ 21 ຈຸດທົ່ວແຂວງ, ໄດ້ຮັບເອກະສານຄຳຮ້ອງຟ້ອງ 70 ສະບັບ, ລົງໄກ່ເກຍແກ້ ໄຂແລ້ວ 60 ເລື່ອງ, ໃນນີ້ ມີດິນປຸກສ້າງ 45 ເລື່ອງ, ດິນກະສິກຳ 15 ເລື່ອງ ແລະ ກຳລັງແກ້ໄຂຢູ່ 10 ເລື່ອງ.

ສຳລັບທິດທາງແຜນການໃນຕໍ່ໜ້າ ສູ້ຊົນອອກໃບຕາດິນໃນທົ່ວແຂວງ ໃຫ້ໄດ້ 7.000 ຕອນ ແລະ ການຂຶ້ນສຳມະໂນທີ່ດິນໃຫ້ໄດ້ 2.950 ຕອນ, ສ້າງຕັ້ງໜ່ວຍງານອອກໃບຕາດິນ ຂັ້ນເມືອງໃນ 03 ເມືອງ ( ປາກຊັນ, ທ່າພະບາດ, ປາກກະດິງ) ເພື່ອອອກໃບຕາດິນໃຫ້ໄດ້ 5.344 ຕອນ.

ປະສານງານກັບກົມສິ່ງແວດລ້ອມ ໃນການຂຽນໂຄງການ ຍາດແຍ່ງຂໍທຶນຊ່ວຍເຫຼືອ ຈາກ ອົງການຈັດຕັ້ງສາກົນ ເພື່ອມາຈັດຕັ້ງປະຕິບັດວຽກງານ ຂຽວ, ສະອາດ, ງາມຕາ, ຢູ່ແຂວງ ແລະ ເມືອງ ເປົ້າໝາຍ, ຕິດຕາມກວດກາ, ປ້ອງກັນ ແລະ ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ທີ່ອາດຈະເກີດຂຶ້ນ, ລົງກວດກາສະຖານທີ່ ຂອງໂຄງການ ແລະ ກິດຈະການຕ່າງໆ ທີ່ມາລົງທຶນພາຍໃນແຂວງ ເພື່ອ ອອກໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ ໃຫ້ໄດ້ທັງໝົດ ຈຳນວນ 115 ຫົວໜ່ວຍ ປະມານ 80% ຂື້ນໄປ.

About admins16