ຖະແຫຼງຂ່າວ ເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ

ໃນວັນທີ 4 ສິງຫາ 2022 ຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ເຂົ້າຮ່ວມໂດຍ ທ່ານ ສົນທອງ ວີບຸນກວ້າງ ຫົວໜ້າພະແນກ ຖວທ ແຂວງ, ຄະນະພະແນກ ແລະ ພະນັກງານ – ລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ ຄໍາແນະນໍາຂອງຄະນະປະຈຳພັກແຂວງບໍລິຄຳໄຊ ສະບັບເລກທີ 323/ຄປພ.ຂບຊ, ລົງວັນທີ 8 ກໍລະກົດ 2022 ເລື່ອງການຈັດຕັ້ງຜັນຂະຫຍາຍເອກະສານນໍາພາແນວຄິດ ກ່ຽວກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ພາຍໃຕ້ຄໍາຂວັນ “ ພົນລະເມືອງລາວທຸກຄົນເປັນເຈົ້າຂອງປະເທດຊາດ, ຍາມປະເທດຊາດພົບຄວາມຫຍຸ້ງຍາກຂັດສົນ, ທຸກຄົນຕ້ອງຊ່ວຍຊາດ ເພື່ອພ້ອມກັນຂ້າມວິກິດການໄປໃຫ້ໄດ້” ທີ່ມີຈຸດປະສົງເພື່ອເປັນການສຶກສາອົບຮົມສະມາຊິກພັກ, ພະນັກງານ – ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃນທົ່ວແຂວງ ໄດ້ຮັບຮູ້ເຂົ້າໃຈ ແລະ ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ, ທີ່ສວຍໃຊ້ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ເພື່ອມ້າງຄວາມສາມັກຄີພາຍໃນປະເທດ, ພາຍໃນແຂວງພວກເຮົາ, ຮັບປະກັນການປົກປັກຮັກສາ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນສັງຄົມໃຫ້ໜັກແໜ້ນຂຶ້ນໄປ.

ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງພັກ, ຄຸ້ມຄອງ – ບໍລິຫານລັດ ໃນການສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ຕໍ່ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ໃຫ້ເປັນຮູບປະທຳຕົວຈິງ, ສ້າງຄວາມເຂັ້ມແຂງໃຫ້ປະຊາຊົນ, ສະຖາບັນຄອບຄົວ, ຊຸມຊົນ ແລະ ບ້ານ ມີສ່ວນຮ່ວມ ແລະ ເປັນເຈົ້າການຮ່ວມກັບພາກລັດ, ເອກະຊົນ.

ເອກະສານນໍາພາແນວຄິດ ກ່ຽວກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ໄດຍົກໃຫ້ເຫັນເຖິງສະພາບພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ຜັນແປຢ່າງສັບສົນຈາກຫຼາຍສາເຫດ ທີ່ສົ່ງຜົນກະທົບຕໍ່ລາຄາສິນຄ້າໃນຕະຫຼາດໂລກ, ຕ່ອງໂສ້ການຜະລິດ ແລະ ການລົງທຶນ, ພ້ອມນັ້ນ ຍັງຍົກໃຫ້ເຫັນສະພາບພາຍໃນ ໂດຍສະເພາະແມ່ນບັນຫາລະບົບການເງິນແຫ່ງຊາດໃນປັດຈຸບັນ, ສະພາບການຄຸ້ມຄອງການນໍາເຂົ້ານ້ຳມັນເຊື້ອໄຟ ແລະ ລາຄາສິນຄ້າໃນທ້ອງຕະຫຼາດທີ່ມີທ່າອ່ຽງສູງ ແລະ ມາດຕະການ, ວິທີແກ້ໄຂຂອງແຕ່ລະບັນຫາ ທີ່ຕ້ອງໄດ້ເລັ່ງສຸມໃສ່ຈັດຕັ້ງປະຕິບັດໃຫ້ໄດ້ປະສິດທິຜົນສູງສຸດ.

ໃນພິທີ ຍັງໄດ້ເຜີຍແຜ່ຂໍ້ຕົກລົງວ່າດ້ວຍໜ້າທີ່, ສິດ ແລະ ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ແລະ ແຜນດໍາເນີນງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII, ໄລຍະ 2021-2025.

About admins14