ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບເຂົ້າຢ້ຽມຂ່ຳນັບຂອງການນຳເມືອງດຶກຖໍ້

ໃນວັນທີ 4 ສິງຫາ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມຂໍ່ານັບ ທ່ານ ເຈີ່ນກວາງຕວັນ ກໍາມະການພັກແຂວງ ເລຂາພັກເມືອງ ປະທານຄະນະກຳມະການປະຊາຊົນເມືອງດຶກຖໍ້ ແຂວງຮ່າຕິ້ງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ມາຢ້ຽມຢາມເຮັດວຽກ ຢູ່ແຂວງບໍໍລິຄຳໄຊ.

ທ່ານ ເຈີ່ນກວາງຕວັນ ໄດ້ລາຍງານຈຸດປະສົງໃນຄັ້ງນີ້ວ່າ ເພື່ອການມາຢ້ຽມຢາມ ແລະ ຮ່ວມກອງປະຊຸມແຮກສ່ຽວ ລະຫວ່າງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ແລະ ເມືອງດຶກຖໍ້ ແຂວງຮ່າຕິ້ງ ທີ່ຈະໄດ້ຈັດຂຶນ້ຢູ່ທີ່ເມືອງທ່າພະບາດ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມເຮັດວຽກ ຢູ່ແຂວງບໍລິຄຳໄຊໃນຄັ້ງນີ້ ແລະ ໄດ້ລາຍງານຫຍໍ້ກ່ຽວບັນດາວຽກງານທີ່ພົ້ນເດັ່ນຂອງແຂວງ ເປັນຕົ້ນແມ່ນສະພາບລວມ, ການພັດທະນາເສດຖະກິດ – ສັງຄົມ, ທ່າແຮງບົ່ມຊ້ອນ, ວິໄສທັດໃນການພັດທະນາໃນຕໍ່ໜ້າ ແລະ ວຽກງານອື່ນໆ.

ພ້ອມນັ້ນ ທ່ານເຈົ້າແຂວງ ໄດ້ອວຍພອນໃຫ້ກອງປະຊຸມແຮກສ່ຽວ ລະຫວ່າງ ເມືອງທ່າພະບາດ ແລະ ເມືອງດຶກຖໍ້ ຈົ່ງຍາດໄດ້ຜົນສໍາເລັດອັນຈົບງາມ ແລະ ໄດ້ອວຍພອນໃຫ້ຄວາມສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືພິເສດຮ້ອບດ້ານ ລະຫວ່າງສອງປະເທດ ລາວ – ຫວຽດນາມ ອ້າຍນ້ອງ ເວົ້າລວມ, ເວົ້າສະເພາະກໍ່ຄື ແຂວງບໍລິຄຳໄຊ – ແຂວງຮ່າຕິ້ງ ແລະ ເມືອງທ່າພະບາດ – ເມືອງດຶກຖໍ້ ນັບມື້ນັບມີຄວາມໝັ້ນຄົງທະນົງແກ່ນ ແລະ ແໜ້ນແຟ້ນກົມກຽວຊົ່ວກາລະນານ.

About admins14