ຖະແຫຼງການ ດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ II

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນ ແຂວງບໍລິຄໍາໄຊ ຊຸດທີ II ຈະໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 7-8 ເມສາ 2021 ໂດຍຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງຈໍານວນໜຶ່ງ ທ່ານ ສີສະຫວາດ ທັນທະບູນ ຮອງເລຂາທິການສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ຜ່ານຖະແຫຼງການ ໃນວັນທີ 1 ເມສາ 2021 ຢູຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ.

ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາ, ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ຄື: ຮັບຟັງການລາຍງານ ຜົນຂອງການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນແຂວງ, ເລືອກຕັ້ງເອົາປະທານ, ຮອງປະທານ ແລະ ກໍາມະການຄະນະປະຈໍາ ສະພາປະຊາຊົນແຂວງບໍລິຄໍາໄຊ, ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາການເລືອກຕັ້ງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ປະທານສານປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ 5 ປີ (2021-2025), ຮັບຟັງການປະກອບຄໍາເຫັນຂອງຄະນະປະຈຳສະພາປະຊາຊົນແຂວງ ຕໍ່ກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ 5 ປີ (2021-2025), ຮັບຟັງການລາຍງານ ການເຄື່ອນໄຫວວຽກງານ 5 ປີ 2016-2020 ແລະ ທິດທາງແຜນການ 5 ປີ 2021-2025 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ຮັບຟັງການປະກອບຄໍາເຫັນຂອງ ຄະນະປະຈຳສະພາປະຊາຊົນແຂວງ ຕໍ່ກັບການເຄື່ອນໄຫວວຽກງານ 5 ປີ 2016-2020 ແລະ ທິດທາງແຜນການ 5 ປີ 2021-2025 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ພິຈາລະນາຮັບຮອງເອົາແຜນການ 5 ປີ (2021-2025) ຂອງສະພາປະຊາຊົນແຂວງ, ຮັບຟັງການສະເໜີຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບແຜນການສ້າງ ແລະ ປັບປຸງນິຕິກຳຂອງແຂວງ 5 ປີ 2021-2025 ແລະພິຈາລະນາ, ຮັບຮອງເອົາວຽກງານທີ່ສໍາຄັນຂອງແຂວງຈໍານວນໜຶ່ງ. ພ້ອມນີ້ໃນກອງປະຊຸມ ຍັງຈະໄດ້ຮັບຟັງການລາຍງານ, ອະທິບາຍຊີ້ແຈງ ຂອງບັນດາພະແນກການຈໍານວນໜຶ່ງຕໍ່ຄໍາຖາມ, ຄຳຊັກຖາມ ແລະ ການປະກອບຄຳເຫັນຂອງສະມາຊິກສະພາປະຊາຊົນແຂວງ.

ໃນໄລຍະດຳເນີນກອງປະຊຸມຄັ້ງນີ້ ຈະໄດ້ອອກອາກາດຖ່າຍທອດສົດ ຜ່ານທາງສະຖານີວິທະຍຸຂອງແຂວງ ໃນລະບົບ FM 101.3 Mh ແລະ ເປີດກວ້າງການປະກອບຄຳຄິດຄຳເຫັນ, ຄໍາສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ໂດຍບໍ່ເສຍຄ່າ.

About admins14