ປກສ ແຂວງ ບໍລິຄໍາໄຊ ລົງເຄື່ອນໄຫວ ປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ( 05 ເມສາ 1961 – 05 ເມສາ 2021 ).

ໃນລະຫວ່າງ ວັນທີ 29-30 ມີນາ ປີ 2021 ນີ້ ປກສ ແຂວງ ບໍລິຄໍາໄຊ ໄດ້ລົງເຄືອນໄຫວ ປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີຄື: 05 ເມສາ 1961 – 05 ເມສາ 2021 ຢູ່ທີ່ໂຮງຮຽນ ມສ ສີທານາໄຊ, ເມືອງ ປາກຊັນ ແລະ ໂຮງຮຽນເຕັກນິກວິຊາຊີບ ຫ້ວຍຄູນ, ເມືອງບໍລິຄັນ ໃຫ້ກຽດເຜີຍແຜ່ປາຖະກະຖາໂດຍ ທ່ານ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ທ່ານ ພັທ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີອໍານວຍການໂຮງຮຽນ 2 ແຫ່ງ , ບັນດາຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ທ່ານ ພັອ ກົງຈັນ ໄຊປັນຍາ ໄດ້ຍົກໃຫ້ເຫັນວ່າ: ກຳລັງປ້ອງກັນຄວາມສະຫງົບແມ່ນເປັນກໍາລັງປະກອບອາວຸດປະຕິວັດ ອັນແຫຼມຄົມ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູຸ້ສ້າງຕັ້ງ, ນໍາພາເດັດຂາດໂດຍກົງ ແລະ ຮອບດ້ານ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວລາໃດກໍ່ມີມູນເຊື້ອຕໍ່ສູ້ອັນອົງອາດກ້າຫານ, ມີນໍ້າໃຈເສຍສະຫຼະເດັດດ່ຽວບໍ່ຍອມຈໍານົນ, ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມສາມະຄີເປັນປຶກແຜນແໜ້ນໜາ, ຍ້ອນຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າໄດ້ເຕີບໃຫ່ຍຂະຫຍາຍຕົວຢ່າງວ່ອງໄວ, ແຂງແຮງ ແລະ ກວ້າງຂວາງ ໃນເວລານັ້ນມັນຮຽກຮ້ອງໃຫ້ການປະຕິວັດລາວ ຕ້ອງໄດ້ມີກໍາລັງປ້ອງກັນຄວາມສະຫງົບເຂົ້າຮ່ວມເຮັດໜ້າທີ່ຕາມຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ ໃນການຕໍ່ສູ້ປົດປ່ອຍຊາດ, ຄຽງບ່າຄຽງໄຫຼ່ກັບກອງທັບ ແລະ ປະຊາຊົນບັນດາເຜົ່າ, ຍ້ອນຄວາມຮຽກຮ້ອງຕ້ອງການ ໃນການປັບປຸງ-ກໍ່ສ້າງກໍາລັງປະກອບອາວຸດປະຕິວັດຢູ່ໃນຂອບເຂດປົດປ່ອຍ, ການສູ້ຮົບປົກປັກຮັກສາເຂດປົດປ່ອຍ ແລະ ການຊີ້ນໍາກໍ່ສ້າງພື້ນຖານການປະຕິວັດໃນຂອບເຂດທົ່ວປະເທດ ເພື່ອສືບຕໍ່ຊີ້ນໍາ-ນໍາພາຂະບວນການປະຕິວັດຂອງມະຫາຊົນໃນທົ່ວປະເທດ ເວລານັ້ນຄະນະຊີ້ນໍາສູນກາງໄດ້ເອົາໃຈໃສ່ປັບປຸງບູລະນະລະບົບໂຄງຮ່າງການຈັດຕັ້ງບັນຊາຂອງກໍາລັງປະກອບອາວຸດ, ຊີ້ນໍາຂົງເຂດວຽກງານກໍ່ສ້າງເຂດທີ່ໝັ້ນຂອງການປະຕິວັດໃຫ້ເຕີບໃຫຍ່ເຂັ້ມແຂງທຸກດ້ານ,

ເພື່ອໃຫ້ສອດຄ່ອງກັບແນວທາງ-ແຜນນະໂຍບາຍຂອງພັກ, ແລະ ສອດຄ່ອງກັບສະພາບການຕົວຈິງ ສູນກາງພັກໄດ້ຕົກລົງປ່ຽນຊື່ ກໍາລັງປ້ອງກັນ ມາເປັນ ກໍາລັງສັນຕິລາດ ເຊີງໝາຍເຖິງກໍາລັງປະກອບອາວຸດທີ່ເຮັດໜ້າທີ່ປົກປັກຮັກສາສັນຕິພາບ, ເອກະລາດ, ຄວາມສະຫງົບໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງປະເທດຊາດ, ປົກປັກຮັກສາສິດເສລິພາບ ປະຊາທິປະໄຕ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນບັນດາເຜົ່າ, ໃນເວລານັ້ນກໍາລັງສັນຕິລາດສູນກາງມີ 5 ໜ້າທີ່ຕົ້ນຕໍຄື: ປ້ອງກັນຄະນະກໍາມະການກວດກາສາກົນ, ປ້ອງກັນການນໍາພັກ-ລັດ ແລະ ສໍານັກງານ-ອົງການ, ເຮັດວຽກງານສືບ ແລະ ກໍາສະພາບເປົ້າໝາຍຂອງສັດຕູ, ພວກຕ້ອງໂທດຄະດີອາຍາ, ປົກປັກຮັກສາ ແລະ ຄຸ້ມຄອງລະບຽບຂອງສັງຄົມ ແລະ ປຸກລຸກຂົນຂວາຍ-ກໍ່ສ້າງຮາກຖານການເມືອງ,ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນສືບທອດມູນເຊື້ອພິລະອາດຫານ ຂອງປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງຂື້ນຈົນຮອດປະຈຸບັນ ໄດ້ເຮັດໜ້າທີ່ທັງສູ້ຮົບທັງກໍ່ສ້າງ, ປັບປຸງກຳລັງຂອງຕົນ, ຈາກກຳລັງທີ່ໜຸ່ມນ້ອຍໃນເບື້ອງຕົ້ນ ຜ່ານການກໍ່ສ້າງ ແລະ ປັບປຸງເຮັດໃຫ້ພວກເຮົາເຕີບໃຫຍ່ ແລະ ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ໂດຍພາຍໃຕ້ການຊີ້ນຳ-ນຳພາ, ສືກສາອົບຮົມບົ່ມສອນຂອງ ພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບຂອງພວກເຮົາ ມີຄວາມໜັກແໜ້ນ ເຂັ້ມແຂງສາມາດຮັກສາມູນເຊື້ອອັນພິລະອາດຫານໄວ້ໄດ້ຢ່າງສະຫ່ງາຜ່າເຜີຍ ແລະ ທ່ານຍັງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງກໍາລັງປ້ອງກັນຄວາມສະຫງົບແຂວງ ບໍລິຄໍາໄຊ, ນັບແຕ່ມື້ປະກາດສ້າງຕັ້ງ ໃນວັນທີ່ 09 ພຶດສະພາ ປີ 1985 ໃນຕະຫຼອດໄລຍະ 36 ປີ ຜ່ານມາ ຈົນເຖີງປະຈຸບັນ ແມ່ນສາມາດຍາດໄດ້ຜົນງານດີເດັ່ນຮອບດ້ານ, ເປັນໜ້າທີ່ເອກອ້າງທະນົງໃຈ, ທັງກໍາລັງ ປກສ ແຂວງ ລົງຮອດ ປກສ 7 ຕົວເມືອງ ກໍ່ໄດ້ຮັບການປັບປຸງທາງດ້ານພື້ນຖານໂຄງລ່າງ, ປະລິມານ ແລະ ຄຸນນະພາບ ເຮັດໃຫ້ທົ່ວແຂວງ ມີສະຖຽນນະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສຸກປອດໄພ ເປັນລະບຽບຮຽບຮ້ອຍດີ.

About admin11