ຖວທ ເມືອງໄຊຈຳພອນ ສະຫຼຸບວຽກງານ ປະຈໍາ 06 ເດືອນຕົ້ນປີ 2021

ໃນຕອນບ່າຍຂອງວັນທີ 15 ກໍລະກົດ 2021 ຢູ່ຫ້ອງປະຊຸມຂອງຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບປະຈໍາ 06 ເດືອນຕົ້ນປີ 2021 ໂດຍການເປັນປະທານຂອງທ່ານ ນ. ນົງສີ ເພັດພູທອງ ກຳມະການພັກເມືອງ, ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ໃຫ້ກຽດເຂົ້າຮ່ວມຊີ້ນຳໂດຍ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງ.

ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງ ປະກອບມີ 4 ໜ່ວຍງານ ຄື: ໝ່ວຍງານຖະແຫຼງຂ່າວ, ໝ່ວຍງານວັດທະນະທຳ, ໝ່ວຍງານທ່ອງທ່ຽວ ແລະ ໝ່ວຍງານບໍລິຫານ-ການເງີນ, ມີພະນັກງານທັງໝົດ 07 ຄົນ, ຍິງ 02 ຄົນ.

ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ເປັນເສນາທິການໃຫ້ແກ່ການນຳພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ການນຳຂັ້ນເມືອງ ຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດຂອງຕົນ ເຂົ້າສູ່ບັນດາໜ້າວຽກ ທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນພວມຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ່ 7 ຂອງອົງຄະນະພັກແຂວງບໍລິຄໍາໄຊ ເວົ້າລວມ, ເວົ້າສະເພາະແມ່ນ ມະຕິກອງປະຊຸມໃຫ່ຍຄັ້ງທີ່ III ຂອງອົງຄະນະພັກເມືອງໄຊຈຳພອນ, ເປັນໃຈກາງໃນການເກັບກຳຂໍ້ມູນຂ່າວສານ, ໂຄສະນາ, ເປັນກະບອກສຽງ ເຜີຍແຜ່ແນວທາງ-ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ເຂົ້າສູ່ພໍ່ແມ່ປະຊາຊົນບັນດາເຜົ່າເປັນຢ່າງດີ, ສົ່ງເສີມ ແລະ ຮັກສາວັດທະນະທຳ-ຮິດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າໂດຍສົມທົບກັບສາຍຕັ້ງ-ສາຍຂວາງ ກໍ່ສ້າງຄອບຄົວ ແລະ ບ້ານວັດທະນະທຳ ໃນບັນດາບ້ານເປົ້າໝາຍ.

ຕອນທ້າຍກອງປະຊຸມ ທ່ານ ກອງສີ ໄຊຍະວົງ ໄດ້ຍ້ອງຍໍຊົມເຊີຍການຈັດປະຕິບັດວຽກງານຕ່າງໆ ໃນໄລຍະຜ່ານ ທີ່ມີຫຼາຍອັນພົ້ນເດັ່ນ ແລະ ທ່ານຍັງໄດ້ເນັ້ນໃຫ້ເຕົ້າຮ່ວມຄວາມສາມັກຄີພາຍໃນ ໃຫ້ໜັກແໜັນ, ໃຫ້ມີຄວາມຮັບຜິດຊອບຕາມການມອບໝາຍ, ການໃຊ້ຈ່າຍງົບປະມານຂອງຫ້ອງການແມ່ນໃຫ້ລະອຽດ, ໃຫ້ມີຄວາມເປັນເອກະພາບໃນທຸກໜ້າທີ່ວຽກງານຂອງຫ້ອງການ.

About admins16