ບໍລິຄຳໄຊ ເປີດສອບເສັງຈົບຊັ້ນສາມັນສຶກສາສົງຕອນຕົ້ນ ສົກຮຽນ 2020-2021

ພິທີເປີດການສອບເສັງຈົບຊັ້ນສາມັນສຶກສາສົງຕອນຕົ້ນ (ມ.4) ສົກຮຽນ 2020-2021 ໄດ້ຈັດຂຶ້ນໃນວັນທີ 20 ກໍລະກົດ 2021 ຢູ່ໂຮງຮຽນສົງປາກຊັນໃຕ້ ວັດສັນຕິທັມອັມພາວັນ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງ ພຣະອາຈາຣຍ໌ ຊົມພູ ມັດທະວົງ ກຳມະທິການສົງແຂວງບໍລິຄຳໄຊ, ທ່ານ ວົງສະຫວັນ ອິນສີຊຽງໃໝ່ ຕາງໜ້າຫ້ອງການກຳມາທິການສຶກສາສົງສູນກາງ, ມີຄະນະກຳມະການສອບເສັງ, ຄູອາຈານ ແລະ ນັກສອບເສັງ ເຂົ້າຮ່ວມ.

ພາຍໃນແຂວງບໍລິຄຳໄຊ ມີໂຮງຮຽນມັດທະຍົມສົງ 1 ແຫ່ງ ມີນັກສອບເສັງ ທີ່ຈະເສັງຈົບຊັ້ນມັດທະຍົມຕົ້ນ ມ.4 ທີ່ເປັນສຳມະເນັນ ຈຳນວນ 21 ອົງ ແລະ ຄະລືຫັດ 3 ຄົນ, ເຊິ່ງໃນສົກຮຽນ 2020-2021 ສູນແຫ່ງນີ້ ແມ່ນຈະໄດ້ສອບເສັງວິຊາທາງພຸດທະສາດສະໜາ 3 ວິຊາ ຄື: ວິຊາພາສາປາລີ ໃຊ້ເວລາ 120 ນາທີ, ວິຊາທັມມະ 90 ນາທີ ແລະ ວິຊາວິນັຍ 90 ນາທີ ແລະ ວິຊາໃນສາຍສາມັນ 6 ວິຊາ ຄື: ວິຊາພາສາລາວ-ວັນນະຄະດີ, ສຶກສາພົນລະເມືອງ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ, ຄະນິດສາດ ແລະ ພາສາອັງກິດ, ກໍານົດການສອບເສັງແມ່ນ 4 ວັນເຕັມຈຶ່ງສຳເລັດ ແຕ່ວັນທີ 20-23 ກໍລະກົດ 2021.

About admins14