ຖວທ ບໍລິຄຳໄຊ ປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ

ພິທີປະກາດພະນັກງານອອກພັກການ-ຮັບອຸດໝູນບຳນານ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 15 ກໍລະກົດ 2021 ຢູ່ຫ້ອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພັກ, ສະມາຊິກພັກພາຍໃນພະແນກ ແລະ ແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 489/ຂບຊ ລົງວັນທີ 07 ກໍລະກົດ 2021 ວ່າດ້ວຍການອະນຸມັດໃຫ້ ທ່ານ ບຸນສອນ ຄຸນໄຊລິດາ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ເກີດເມື່ອວັນທີ 12 ທັນວາ 1962 ອາຍຸກະສຽນ 59 ປີ ສັງກັດລັດປີ 1986 ລວມອາຍຸການໄດ້ 35 ປີ ອອກພັກການ-ຮັບອຸດໜູນບຳນານ.

ທ່ານ ບຸນສົງ ເພັດຈະເລີນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງພະແນກ ຖວທ ແຂວງ ແລະ ຜູ້ທີ່ໄດ້ຮັບອຸດໜູນບຳນານ ທີ່ໄດ້ປະຕິບັດໜ້າທີ່ໃນໄລຍະຜ່ານມາ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ພະແນກ ຖວທ ແຂວງ ຈົ່ງໄດ້ສືບຕໍ່ເຄື່ອນໄຫວໂຄສະນາວຽກງານການຕ້ານ, ຄວບຄຸມ ການລະບາດຂອງພະຍາດໂຄວິດ 19 ແລະ ວຽກງານອື່ນໆ ເພື່ອໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ເຂົ້າໃຈ ທົ່ວເຖິງ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງລະບົບສະຖານີລະບົບສາຍເຄເບິລ, ເສີມຂະຫຍາຍມູນເຊື້ອທາງດ້ານວັດທະນະທຳ ໃຫ້ຕິດພັນກັບການທ່ອງທ່ຽວ, ຕິດພັນການວິຖີຊີວິດຂອງຊົນເຜົ່າພາຍໃນແຂວງ ແລະ ແຜນພັດທະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມໃຫ້ຫຼາຍຂຶ້ນກວ່າເກົ່າ.

About admins16